ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ພິທີສາບານໂຕເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ

13/04/2026

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ພິທີສາບານໂຕເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ

ໃນລະຫວ່າງວັນທີ 9 – 12 ເມສາ 2026 ທີ່ຜ່ານມາ, ທ່ານ ອາລຸນແກ້ວ ກິດຕິຄຸນ, ຜູ້ຕາງໜ້າພິເສດ ຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ອະດີດລັດຖະມົນຕີ ປະຈຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ອະດີດຜູ້ຕາງໜ້າພິເສດ ຂອງ ສປປ ລາວ ກ່ຽວກັບບັນຫາມຽນມາ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ໄດ້ນໍາພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມພິທີສາບານໂຕເຂົ້າຮັບຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ຂອງ ພະນະທ່ານ ມິນ ອອງ ລາຍ (Min Aung Hlaing) ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ, ເຊິ່ງພິທີທາງການໄດ້ຈັດຂຶ້ນໃນວັນທີ 10 ເມສາ 2026, ທີ່ ນະຄອນເນປີດໍ ສາທາລະນະລັດ ສະຫະພາບ ມຽນມາໂດຍມີຄະນະຜຸ້ແທນຂັ້ນສູງຈາກບັນດາປະເທດອາຊຽນ ລວມມີ: ສປປ ລາວ, ສສ. ຫວຽດນາມ, ລາຊະອານາຈັກໄທ, ລາຊະອານາຈັກກໍາປູເຈຍ, ອິນໂດເນເຊຍ, ສະຖານເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ສສ. ມຽນມາ ແລະ ບັນດາປະເທດເພື່ອນມິດ ຂອງ ສສ. ມຽນມາ ເຊັ່ນ: ສປ ຈີນ, ສ. ລັດເຊຍ, ອິນເດຍ, ເບຣາລູດ, ກາຕາ, ສະຖານເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈຳ ສສ ມຽນມາ ແລະ ບັນດາປະເທດອື່ນໆ ເຂົ້າຮ່ວມໃນພິທີສໍາຄັນດັ່ງກ່າວເພື່ອສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ ປະທານາທິບໍດີຄົນໃໝ່ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດ ໃນເດືອນ ທັນວາ 2025 ແລະ ເດືອນ ມັງກອນ 2026 ທີ່ຜ່ານມາ.

ໃນພິທີສໍາຄັນດັ່ງກ່າວ, ປະທານາທິບໍດີ ມິນ ອອງ ລາຍ ໄດ້ກ່າວປາໄສໃນພິທີຢ່າງເປັນທາງການ ເພື່ອສະແດງຄວາມຂອບໃຈ ແລະ ປະກາດນະໂຍບາຍທີ່ສໍາຄັນໃນການນໍາພາ ແລະ ພັດທະນາ ສາທາລະນະລັດ ສະຫະພາບ ມຽນມາ ໂດຍເນັ້ນໃສ່ການຟື້ນຟູປັບປຸງປະຊາທິປະໄຕ ແລະ ຄວາມປອງດອງພາຍໃນຊາດ ເພື່ອນໍາພາປະເທດກ້າວໄປສູ່ອານາຄົດທີ່ດີຂຶ້ນ, ລວມທັງການປະຕິບັດວຽກງານເພື່ອຟື້ນຟູສາຍພົວພັນກັບບັນດາປະເທດອາຊຽນ ແລະ ປະເທດເພື່ອນມິດໃນໂລກ; ພ້ອມນີ້, ທ່ານ ຍັງໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດແກ່ບັນດາຄະນະຜຸ້ແທນນໍາຂັ້ນສູງຂອງປະເທດຕ່າງໆທີ່ເຂົ້າຮ່ວມງານຄັ້ງນີ້ຢ່າງສົມກຽດ. ໃນໂອກາດນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ, ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ມິນ ອອງ ລາຍ, ປະທານາທິບໍດີ ແລະ ພົບປະກັບ ພະນະທ່ານ ຕິນ ມອງ ສະເວ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ເພື່ອນໍາເອົາຄໍາອວຍພອນອັນປະເສີດ ແລະ ຄໍາຊົມເຊີຍຢ່າງອົບອຸ່ນຈາກ ການນຳຂັ້ນສູງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາຍັງ ປະທານາທິບໍດີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຄົນໃໝ່. ນອກນີ້, ສອງຝ່າຍຍັງໄດ້ ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກຜົນໃນໄລຍະກວ່າ 7 ທົດສະຫວັດຜ່ານມາ ແລະ ຈະຮ່ວມກັນເສີມຂະຫຍາຍສາຍພົວພັນອັນດີງາມທີ່ເປັນມູນເຊື້ອ ແລະ ການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ສປປ ລາວ ແລະ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກໍລະກົດ 1955, ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນມາ ເປັນເວລາ 70 ປີ, ການພົວພັນຮ່ວມມືຂອງສອງປະເທດ ກໍ່ໄດ້ມີບາດກ້າວຂະຫຍາຍຕົວຂື້ນເປັນລໍາດັບ ຕາມທ່າອ່ຽງຂອງຍຸກສະໄໝ ໂດຍອີງໃສ່ເງື່ອນໄຂຕົວຈິງ ແລະ ສະພາບການພັດທະນາດ້ານເສດຖະກິດຂອງສອງປະເທດ. ສອງປະເທດ ລາວ-ມຽນມາ ມີການຮ່ວມມືອັນດີຮ່ວມກັນທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ການສຶກສາ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານອື່ນໆ.

ການເຂົ້າຮ່ວມພິທີສໍາຄັນຄັ້ງນີ້ ຂອງ ຄະນະຜູ້ແທນລາວ ເປັນການສືບຕໍ່ເຈດຕະນາລົມອັນສະເໝີຕົ້ນສະເໝີປາຍ ໃນການສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກ ໂດຍສະເພາະ ກັບ ສສ ມຽນມາ ທີ່ຢູ່ໃນຄອບຄົວອາຊຽນດຽວກັນ ທັງຍັງເປັນການນໍາເອົາການສະໜັບສະໜູນຢ່າງຈິງໃຈຈາກພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໃນໂອກາດທີ່ມີຄວາມໝາຍສໍາຄັນໃນຄັ້ງນີ້.