ການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ຄັ້ງທີ 2 ແບບທາງໄກ

13/04/2026

ການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ຄັ້ງທີ 2 ແບບທາງໄກ

ໃນຕອນບ່າຍຂອງວັນທີ 13 ເມສາ 2026 ທີ່ ກະຊວງການຕ່າງປະເທດ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ຄັ້ງທີ 2 ແບບທາງໄກ, ໂດຍການເປັນປະທານຂອງ ຟິລິປິນ ໃນຖານະປະທານອາຊຽນ ປີ 2026, ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີຂອງປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫ່ຍອາຊຽນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບ ສະພາບການເຄັ່ງຮ້ອນທີ່ເກີດຂຶ້ນຢູ່ຕາເວັນອອກ ຊຶ່ງໄດ້ສົ່ງຜົນກະທົບໂດຍລວມຕໍ່ພາກພື້ນ ແລະ ສາກົນ ໂດຍສະເພາະຄວາມໝັ້ນຄົງດ້ານພະລັງງານ ແລະ ອາຫານ.​ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ແລກປ່ຽນທັດສະນະ ກ່ຽວກັບ ການກໍານົດມາດຕະການໃນການຮັບມືກັບສິ່ງທ້າທາຍ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ພ້ອມນີ້, ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບວິທີການແກ້ໄຂ ເພື່ອຮັບປະກັນສະຖຽນລະພາບທາງເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ອາຫານ ລວມທັງວິທີການຮັບມືທີ່ເປັນໄປໄດ້ໃນຕໍ່ໜ້າ. ບັນດາລັດຖະມົນຕີອາຊຽນ ໄດ້ຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງໃນພາກພື້ນ ເພີ່ມທະວີການຮ່ວມມື ເພື່ອກຽມພ້ອມໃນການຮັບມືກັບຜົນກະທົບ ຕໍ່ຕ່ອງໂສ້ການສະໜອງ ທັງທາງດ້ານພະລັງງານ ແລະ ດ້ານສະບຽງອາຫານ ໃນປັດຈຸບັນ ແລະ ອະນາຄົດ.

ກອງປະຊຸມໄດ້ອອກຖະແຫຼງການຂອງປະທານ ຊຶ່ງໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ແລະ ຮຽກຮ້ອງໃຫ້ທຸກຝ່າຍໃຊ້ຄວາມອົດທົນອົດກັ້ນ, ຍຸຕິການກະທຳທີ່ຮຸນແຮງ ແລະ ຢໍ້າຄືນຄວາມສໍາຄັນຂອງການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ ຕາມກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.