ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳ ແຂວງຈຳປາສັກ ຄົນໃໝ່

10/04/2026

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳ ແຂວງຈຳປາສັກ ຄົນໃໝ່

ໃນຕອນເຊົ້າຂອງວັນທີ 8 ເມສາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ທ່ານ ດາວ ບຸດມຸນີ, ກົງສຸນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ.

ໂອກາດນີ້, ທ່ານ ຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ດາວ ບຸດມຸນີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ຄົນໃໝ່ ປະຈໍາ 4 ແຂວງພາກໃຕ້ຂອງ ລາວ ຄື: ແຂວງຈໍາປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ ຊຶ່ງມີສໍານັກງານຕັ້ງຢູ່ ນະຄອນປາກເຊ, ແຂວງຈໍາປາສັກ ພ້ອມທັງຕີລາຄາສູງ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງທ່ານກົງສຸນໃຫຍ່ ຈະສາມາດປະກອບສ່ວນເຂົ້າໃນການພັດທະນາ 4 ແຂວງພາກໃຕ້ຂອງລາວ ກໍຄືຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 4 ແຂວງພາກໃຕ້ຂອງລາວ​ ກັບບັນດາແຂວງຂອງ ລາຊະອານາຈັກກໍາປູເຈຍ ທີ່ມີຊາຍແດນຕິດກັບ ສປປ ລາວ ເຊັ່ນ: ແຂວງຊຽງແຕງ, ຣັດຕະນະກີຣີ, ມົນດົນກີຣີ, ກຼໍແຈະ ແລະ ເພຼຍວິເຮຍ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນ, ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານພີ່ເມືອງນ້ອງ, ບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ຊຶ່ງມີຄວາມເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ ບົນພື້ນຖານຄວາມສະເໝີພາບ, ຢູ່ຮ່ວມກັນໂດຍສັນຕິ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດເວລາ ພິເສດແມ່ນມີການຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ພ້ອມດຽວກັນນັ້ນ ກໍໄດ້ສະແດງຄວາມຊົມເຊີຍ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ ທີ່ໄດ້ຈັດກອງປະຊຸມປະຈໍາປີຂອງຄະນະກໍາມະການຂັ້ນແຂວງ ວ່າດ້ວຍ ການຮ່ວມມືສອງຝ່າຍ ຊຶ່ງໄດ້ມີການຜັດປ່ຽນກັນເປັນເຈົ້າພາບ. ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ຂອບໃຈຕໍ່ການຊ່ວຍເຫຼືອ ຂອງພັກ, ລັດ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນລາວຕະຫຼອດໄລຍະຜ່ານມາ  ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານກົງສຸນໃຫຍ່ ຈະສືບຕໍ່ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ຄົນກຳປູເຈຍ ທີ່ກຳລັງດຳລົງຊີວິດ ແລະ ທຳມາຫາກິນ ຢູ່ ບັນດາ 4 ແຂວງພາກໃຕ້ຂອງລາວ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືຮັດແໜ້ນສາຍພົວພັນສອງຊາດ ລາວ-ກຳປູເຈຍ.

ໃນໂອກາດດຽວກັນນີ້, ທ່ານ ດາວ ບຸດມຸນີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວ ພ້ອມທັງຈະຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 4 ແຂວງພາກໃຕ້ຂອງລາວ ກັບບັນດາແຂວງຂອງ ລາຊະອານາຈັກກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກຳປູເຈຍ-ລາວ.