ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ກ່ຽວຂ້ອງ.

10/04/2026

ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ກ່ຽວຂ້ອງ.

ໃນວັນທີ 7-9 ເມສາ 2026 ທີ່ ມະນິລາ, ປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມຄະນະບໍລິຫານງານຂອງຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້, ກອງປະຊຸມ ຄັ້ງທີ 19 ຂອງໜ່ວຍວິຊາການຂອງສະພາປະສານງານອາຊຽນກ່ຽວກັບການເຂົ້າເປັນສະມາຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ຄັ້ງທີ 28. ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ ມີບັນດາຫົວຫນ້າເຈົ້າໜ້າທີ່ອາວຸໂສອາຊຽນ, ອິນເດຍ ແລະ ຮອງເລຂາທິການໃຫຍ່ອາຊຽນພ້ອມດ້ວຍຄະນະ.

ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ຈະຈັດຂຶ້ນໃນຕົ້ນເດືອນ ພຶດສະພາ 2026 ທີ່ ເຊບູ, ຟີລິບປິນ, ຮັບຊາບກ່ຽວກັບຄວາມຄືບຫນ້າການສ້າງປະຊາຄົມອາຊຽນ ແລະ ຄວາມຄືບໜ້າກ່ຽວກັບການກະກຽມສະເຫຼີມສະຫຼອງຄົບຮອບ 50 ປີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້, ໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືກັບພາຍນອກຂອງອາຊຽນ ເປັນຕົ້ນ ແມ່ນການພິຈາລະນາບັນດາເງື່ອນໄຂ ສໍາລັບການເປັນຄູ່ຮ່ວມທາງການຂອງອາຊຽນ, ບັນດາວຽກງານທີ່ກ່ຽວຂ້ອງກັບເວທີພາກພື້ນອາຊຽນ ແລະ ການຮ່ວມມືທາງທະເລຂອງອາຊຽນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 8 ເມສາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງຄະນະກຳມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້  ແລະ ກອງປະຊຸມ ຄັ້ງທີ 19 ຂອງໜ່ວຍງານວິຊາການຂອງສະພາປະສານງານອາຊຽນກ່ຽວກັບການເຂົ້າເປັນສະມາຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ, ຊຶ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບຫນ້າການຈັດຕັ້ງປະຕິບັດແຜນງານການເຂົ້າເປັນສະມາຊິກອາຊຽນສົມບູນຂອງ ຕີມໍແລັດສະເຕ.

ໃນວັນທີ 9 ເມສາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ຄັ້ງທີ 28, ຊຶ່ງໄດ້ທົບທວນຄືນການຮ່ວມມືອາຊຽນ-ອິນເດຍ ໃນໄລຍະຜ່ານມາ ກໍຄືການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ວ່າດ້ວຍການຈັດຕັ້ງປະຕິບັດການເປັນຄູ່ຮ່ວມມື ເພື່ອສັນຕິພາບ, ຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ໄລຍະ 2026-2030 ແລະ ການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ແລະ ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 23 ທີ່ຈະຈັດຂຶ້ນໃນປີ 2026 ທີ່ ຟີລິບປິນ.