ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

08/04/2026

ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ   ຄົບຮອບ 65 ປີ

ໃນຕອນບ່າຍຂອງວັນທີ 6 ເມສາ 2026, ທີ່ ກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ໄມທອງ ທຳມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນ ສະຫາຍ ພົນຕີ ຄອນສະຫວັນ ສົມພະໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 - 5 ເມສາ 2026).

ໃນໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງກຳລັງປ້ອງກັນຄວາມສະຫງົບໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງມີຜົນສໍາເລັດສູງຕະຫຼອດໄລຍະ 65 ປີ ຜ່ານມາ ແລະ ຖືໂອກາດອວຍພອນໄຊອັນປະເສີດໄປຍັງ ສະຫາຍ ຄະນະພັກ-ຄະນະນໍາ ແລະ ພະນັກງານ ກະຊວງປ້ອງກັນຄວາມສະຫງົບ ລວມທັງບັນດານາຍຕຳຫຼວດ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນສໍາຄັນຂອງພັກ, ຂອງຊາດ ກໍຄື ກຳລັງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື ລະຫວ່າງສອງກະຊວງ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບສູງຂຶ້ນໄປເລື້ອຍໆ.

ໃນຂະນະດຽວກັນ, ສະຫາຍ ພົນຕີ ຄອນສະຫວັນ ສົມພະໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ທີ່ນໍາເອົາຄວາມຮັກແພງ ແລະ ຄໍາອວຍພອນໄຊອັນປະເສີດມາຍັງ ພະນັກງານ ແລະ ນາຍຕຳຫຼວດຂອງກະຊວງປ້ອງກັນຄວາມສະຫງົບ ໃນໂອກາດອັນສະຫງ່າລາສີນີ້ ພ້ອມທັງໄດ້ຮຽກຮ້ອງໃຫ້ສອງກະຊວງ ຈົ່ງສືບຕໍ່ຮັກສາຄວາມສາມັກຄີ ແລະ ການຮ່ວມມືກັນຢ່າງໃກ້ຊິດຕິດແທດ ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ ແລະ ສືບຕໍ່ຮ່ວມກັນປົກປັກຮັກສາສະຖຽນລະພາບ ແລະ ອໍານາດອະທິປະໄຕຂອງປະເທດຊາດ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.