07/04/2026
ເຖິງ: ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ນະຄອນຫຼວງຮ່າໂນ້ຍ
ສະຫາຍ ໂຕ ເລິມ ທີ່ນັບຖື ແລະ ຮັກແພງ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແຫນ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດຫວຽດນາມ ຊຸດທີ XVI.
ການທີ່ ສະຫາຍ ໄດ້ຮັບມອບໝາຍໜ້າທີ່ສຳຄັນ ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນສູງ ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ຄວາມປີຊາສາມາດໃນການຊີ້ນຳນຳພາ ຂອງສະຫາຍ ແລະ ເປັນການຕີລາຄາສູງ ຕໍ່ຜົນງານອັນໃຫຍ່ຫຼວງ ແລະ ການປະກອບສ່ວນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງ ສະຫາຍ ຕະຫຼອດໄລຍະຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນຂອງ ສະຫາຍ, ສະຫາຍ ຈະຮ່ວມກັບບັນດາການນຳ ຂອງພັກ-ລັດ ຫວຽດນາມ ສືບຕໍ່ນຳພາປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເພື່ອບັນລຸເປົ້າໝາຍປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ຂ້າພະເຈົ້າ ມີຄວາມຍິນດີ ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຍາດໄດ້ຜົນສຳເລັດອັນໃຫຍ່ຫລວງ ໃນຫນ້າທີ່ອັນມີກຽດສູງສົ່ງ ຂອງ ສະຫາຍ.
ດ້ວຍຄວາມນັບຖື ຖານສະຫາຍອ້າຍນ້ອງ,
ນະຄອນຫຼວງວຽງຈັນ, ວັນທີ 7 ເມສາ 2026
ທອງລຸນ ສີສຸລິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

