07/04/2026
ເຖິງ: ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ,
ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ
ທີ່ ພຽງຢາງ
ສະຫາຍ ກິມ ເຈິງ ອຸນ ທີ່ຮັກແພງ,
ຕາງໜ້າຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນ ມາຍັງ ສະຫາຍ ໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງ ເປັນປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອີກສະໄໝໜຶ່ງ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫຼີ ຊຸດທີ XV ໃນວັນທີ 22 ມີນາ 2026 ທີ່ຜ່ານມາ.
ຂ້າພະເຈົ້າ ຍັງຈື່ຈຳໄດ້ດີ ຕໍ່ການຕ້ອນຮັບອັນອົບອຸ່ນ, ຍິ່ງໃຫຍ່, ສົມກຽດ ແລະ ການພົບປະກັບ ສະຫາຍ ທີ່ ນະຄອນຫຼວງພຽງຢາງ ໃນໂອກາດທີ່ ຂ້າພະເຈົ້າ ແລະ ຄະນະ ໄດ້ຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຢ່າງໃກ້ຊິດ ຖານ ເພື່ອນມິດຍຸດທະສາດຮ່ວມອຸດົມການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງບໍ່ ຢຸດຢັ້ງ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ. ສປປ ລາວ - ສປປ ເກົາຫຼີ ກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົງມີພະລະນາໄມສົມບູນ, ມີ ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2026
ທອງລຸນ ສີສຸລິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ
*************************
ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2026
ສະຫາຍ ປາກ ແທ ຊອງ ທີ່ນັບຖື,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ເເຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອີກໜື່ງສະໄໝ ໃນກອງ ປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫຼີ ສະໄໝທີ 15 ໃນວັນທີ 22 ມີນາ 2026 ທີ່ຜ່ານມາ.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ຈະໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ຈະໄດ້ຮ່ວມມືຢ່າງໃກ້ຊິດກັບສະຫາຍ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ຕະຫຼອດໄລຍະ 5 ທົດສະວັດກວ່າ ຂອງສອງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ມີຄວາມຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນເຂົ້າໃນພາລະກິດເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ຂອງສະຫາຍ.
ດ້ວຍຄວາມນັບຖືເປັນຢ່າງສູງ,
ສອນໄຊ ສີພັນດອນ
ນາຍົກລັດຖະມົນຕີ
ສະຫາຍ ປາກ ແທ ຊອງ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ເກົາຫຼີ
ທີ່ ນະຄອນຫຼວງພຽງຢາງ
***************************
ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2026
ສະຫາຍ ນາງ ຊວຍ ເຊີນ ຮີ ທີ່ຮັກແພງ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອີກໜຶ່ງສະໄໝ ໃນກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫຼີ ສະໄໝທີ 15 ໃນວັນທີ 22 ມີນາ 2026 ທີ່ຜ່ານມາ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອສືບຕໍ່ຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການພົບປະຂອງຜູ້ນໍາສູງສຸດຂອງສອງປະເທດພວກເຮົາ ໃນຕົ້ນ ເດືອນຕຸລາ 2025 ທີ່ຜ່ານມາ ໃນການສືບຕໍ່ເພີ່ມພູມຄຸນສ້າງສາຍພົວພັນມິດຕະພາບທີ່ມີມູນເຊື້ອ ອັນດີງາມ ກໍ່ຄື ການຮ່ວມມືອັນສະໜິດແໜ້ນ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃນຊຸມປີຕໍ່ ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ແລະ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງສະຫາຍ.
ດ້ວຍຄວາມນັບຖື ແລະ ຮັກແພງ,
ທອງສະຫວັນ ພົມວິຫານ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ
ສະຫາຍ ນາງ ຊວຍ ເຊີນ ຮິ,
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ
ທີ່ ນະຄອນຫຼວງພຽງຢາງ.

