ກອງປະຊຸມ ຄັ້ງທີ 12 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ - ກໍາປູເຈຍ ແລະ ກໍາປູເຈຍ - ລາວ

02/04/2026

ກອງປະຊຸມ ຄັ້ງທີ 12 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ - ກໍາປູເຈຍ ແລະ ກໍາປູເຈຍ - ລາວ

ກອງປະຊຸມຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນ ວັນທີ 2 ເມສາ 2026 ທີ່ ແຂວງແກບ, ລາຊະອານາຈັກກໍາປູເຈຍ, ຄະນະອະນຸກໍາມະການເຕັກນິກຊາຍແດນຝ່າຍລາວ ນໍາໂດຍ ທ່ານ ອານຸພາບ ວົງໝໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະອະນຸກໍາມະການເຕັກນິກຊາຍແດນຝ່າຍກໍາປູເຈຍ ນໍາໂດຍ ທ່ານ ເອິດ ໂຊທາ, ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ລາຊະອານາຈັກກໍາປູເຈຍ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ.

ກອງປະຊຸມໄດ້ຮ່ວມກັນປຶກສາຫາລື ແລະ ສັງເກດຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມ ລາວ-ກໍາປູເຈຍ ໃນໄລຍະຜ່ານມາແຕ່ເດືອນສິງຫາ 2025 ຫາ ເດືອນມີນາ 2026 ໂດຍສະເພາະຄວາມຄືບໜ້າວຽກງານການສໍາຫຼວດກໍານົດຈຸດປັກຫຼັກໝາຍຊາຍແດນແບບໃໝ່ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມ, ເຊິ່ງມາເຖິງປັດຈຸບັນສອງຝ່າຍສາມາດກໍານົດຈຸດທີ່ຕັ້ງຫຼັກໝາຍໄດ້ຈໍານວນ 256 ຈຸດ ແລະ ກໍ່ສ້າງຫຼັກໝາຍຊາຍແດນໄດ້ແລ້ວຈໍານວນ 236 ຫຼັກໝາຍ. ນອກຈາກນັ້ນ, ກອງປະຊຸມກໍ່ຍັງໄດ້ສັງເກດຕີລາຄາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານພາກສະໜາມ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມຮ່ວມມື, ການອໍານວຍຄວາມສະດວກ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານສໍາເລັດຕາມແຜນການທີ່ຂັ້ນເທິງໄດ້ຕົກລົງກັນ. ກອງປະຊຸມໄດ້ຮັບຮອງຜົນການປະຕິບັດວຽກງານຕາມສົນທິສັນຍາວ່າດ້ວຍການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ກັບ ລາຊະອານາຈັກກໍາປູເຈຍ ໂດຍສະເພາະກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມແບບໃໝ່ (ປັກຫຼັກໝາຍຖີ່) ຢູ່ພື້ນທີ່ຕົວຈິງ ແລະ ປຶກສາຫາລືຮ່ວມກັນ ເພື່ອຊອກຫາວິທີການແກ້ໄຂຈຸດຄົງຄ້າງ.

ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈ ແລະ ໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງປະເທດຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການໃຫ້ຂະຫຍາຍຕົວ​ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ​ກໍຄື ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ທີ່ມີຄວາມຄືບໜ້າເປັນກ້າວໆ ແນໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ຍາວນານໃຫ້ປະກົດຜົນເປັນຈິງ ແລະ ປັບປຸງຊີວິດການເປັນຢູ່ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນໃຫ້ດີຂຶ້ນ ເທື່ອລະກ້າວ.