03/04/2026
ວັນທີ 23 ມີນາ 2026
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກໜຶ່ງສະໄໝ.
ຂ້າພະເຈົ້າ ເຫັນວ່າ ໄຊຊະນະແຫ່ງການເລືອກຕັ້ງຄັ້ງນີ້ ແມ່ນໝາກຜົນຂອງຄວາມເຊື່ອໝັ້ນຈາກປວງຊົນ ທັງຊາດຕໍ່ແນວທາງນະໂຍບາຍຢ່າງຮອບດ້ານຂອງພະນະທ່ານ ທີ່ແນ່ໃສ່ເພື່ອຮັບປະກັນຄວາມສະຖຽນລະພາບດ້ານການເມືອງ, ການເຕີບໃຫຍ່ທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນພາຍໃນຊາດ ຊຶ່ງເປັນການສ້າງຊື່ສຽງໃນເວທີສາກົນ.
ໃນໂອກາດດັ່ງກ່າວນີ້, ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດແຜນລິເລີ່ມອັນໃຫຍ່ຫຼວງເພື່ອອະນາຄົດອັນສົດໃສຂອງປະເທດຊາດ.
ຂ້າພະເຈົ້າ ຂໍຢືນຢັນຄວາມພ້ອມ ເພື່ອຮ່ວມມືກັບພະນະທ່ານ ເພື່ອພັດທະນາການຮ່ວມມື ບົນພື້ນຖານມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ກາຊັກສະຖານ ເພື່ອຜົນປະໂຫຍດ ຂອງປະຊາຊົນຂອງພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ຮັບຜິດຊອບ ແລະ ຂໍໃຫ້ປະຊາຊົນລາວທັງຊາດ ຈົ່ງມີຄວາມຜາສຸກ ແລະ ວັດທະນາຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ກາຊຶມ-ໂຈມາດ ໂຕກາຢຽບ
ພະນະທ່ານ ທອງລຸນ ສີສຸລິດ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ

