02/04/2026
ໃນວັນທີ 2-3 ເມສາ 2026, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງ ຕ່າງປະເທດ ສໍາລັບ 8 ແຂວງພາກເໜືອ ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສຳນານ ສົນທະນີ, ຄະນະປະຈໍາພັກແຂວງ, ໂດຍມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ 8 ແຂວງພາກເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ໃຫ້ກຽດກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດປະສົງ, ເປົ້າໝາຍ ແລະ ຄວາມໝາຍຄວາມສໍາຄັນຂອງກອງປະຊຸມຄັ້ງນີ້ ຊຶ່ງເປັນກອງປະຊຸມຄັ້ງປະຖົມມະລຶກ ເພື່ອທາບທາມຄໍາເຫັນຂອງຂະແໜງການທີ່ກ່ຽວຂ້ອງ ສໍາລັບ 8 ແຂວງພາກເໜືອ ຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງ ຕ່າງປະເທດ (ສະບັບປັບປຸງ) ເພື່ອປ່ຽນແທນ ດໍາລັດ ວ່າດ້ວຍການເຄື່ອນໄຫວດ້ານການຂ່າວຂອງອົງການສື່ມວນຊົນຕ່າງປະເທດ, ສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ທີ່ໄດ້ຮັບການຈັດຕັ້ງປະຕິບັດມາເປັນເວລາ 10 ກວ່າປີ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດດໍາລັດສະບັບດັ່ງກ່າວໃນໄລຍະຜ່ານມາ ເຫັນວ່າ ຍັງບໍ່ທັນລວມສູນ ແລະ ເປັນເອກະພາບເທົ່າທີ່ຄວນ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ມີການທັບຊ້ອນກັບນິຕິກໍາຂອງຂະແໜງການອື່ນ ຊຶ່ງອາດບໍ່ສອດຄ່ອງກັບກົດໝາຍພາຍໃນ ແລະ ກົດໝາຍສາກົນຈໍານວນໜຶ່ງ ແລະ ຍັງບໍ່ກວມເອົາທຸກພາກສ່ວນທີ່ກ່ຽວຂ້ອງ. ສະນັ້ນ, ກະຊວງການຕ່າງປະເທດ ຈຶ່ງໄດ້ຕົກລົງປັບປຸງດໍາລັດດັ່ງກ່າວ ເພື່ອໃຫ້ມີເນື້ອໃນ ຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຮັບປະກັນຄວາມສອດຄ່ອງກັບກົດໝາຍ ຂອງ ສປປ ລາວ ແລະ ກົດໝາຍສາກົນ, ລວມສູນ ແລະ ມີຄວາມເປັນເອກະພາບ ໃນການຄຸ້ມຄອງວຽກງານດັ່ງກ່າວ ໃນຂອບເຂດທົ່ວປະເທດ ແນໃສ່ສົ່ງເສີມການ ແລກປ່ຽນ ແລະ ເຜີຍແຜ່ ຂໍ້ມູນ ຂ່າວສານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງ.
ໃນກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບໄດ້ນໍາສະເໜີ ຮ່າງດໍາລັດສະບັບປັບປຸງດັ່ງກ່າວ ແລະ ບັນດາຜູ້ເຂົ້າຮ່ວມ ກໍໄດ້ເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ໂດຍເນັ້ນໃສ່ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕົນ ເພື່ອເຮັດໃຫ້ດໍາລັດສະບັບປັບປຸງດັ່ງກ່າວ ມີຄວາມຖືກຕ້ອງ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນທີ່ສຸດ.

