01/04/2026
ໃນລະຫວ່າງວັນທີ 30 ມີນາ - 1 ເມສາ 2026, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຄັ້ງທີ 5 ທີ່ West Sussex, ອັງກິດ ພາຍໃຕ້ການເປັນປະທານຮ່ວມຂອງ ຫວຽດນາມ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ ແລະ ອັງກິດ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຂອງປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ອັງກິດ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອັງກິດ (2022-2026) ພາຍໃຕ້ 3 ເສົາຄໍ້າຄື: ເສົາຄໍ້າການເມືອງ-ຄວາມໝັ້ນຄົງ, ເສົາຄໍ້າເສດຖະກິດ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມ ແນໃສ່ເພີ່ມທະວີການພົວພັນຮ່ວມມືອາຊຽນ-ອັງກິດ ໃຫ້ກ້າວສູ່ລວງເລິກ. ໃນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ສືບຕໍ່ເນັ້ນຢໍ້າຄວາມໝາຍໝັ້ນໃນການຮັດແໜ້ນການຮ່ວມມື ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມຈອດດ້ານດີຈີຕອນ, ການເຊື່ອມໂຍງດ້ານເສດຖະກິດ, ການສຶກສາ ແລະ ໄປມາຫາສູ່ ລະຫວ່າງປະຊາຊົນ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ການສຶກສາຂອງເດັກຍິງ, ພະລັງງານທົດແທນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເປັນຕົ້ນ.
ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບ ແຜນການສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອັງກິດ ຄົບຮອບ 5 ປີ ໂດຍສະເພາະຖະແຫຼງການຮ່ວມອາຊຽນ-ອັງກິດ ແລະ ກິດຈະກໍາອື່ນໆ. ນອກນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະຜົນກະທົບດ້ານພະລັງງານຈາກຄວາມຂັດແຍ່ງທີ່ພວມເກີດຂຶ້ນຢູ່ໃນພາກພື້ນຕ່າງໆ.
.jpeg)
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ຊ່ອງທາງ 1.5 ໃນຫົວຂໍ້: ພູມສາດເສດຖະກິດ ແລະ ອະນາຄົດຂອງການຮ່ວມມືຫຼາຍຝ່າຍ, ການຮ່ວມມືທາງທະເລ, ການຄຸ້ມຄອງປັນຍາປະດິດ ແລະ ການແລກປ່ຽນຄວາມຄິດເຫັນກັບຜູ້ໄດ້ຮັບທຶນການສຶກສາ ASEAN Chevening ກ່ຽວກັບການພົວພັນຮ່ວມມືອາຊຽນ-ອັງກິດ ໃນຕໍ່ໜ້າ.
ພ້ອມກັນນີ້, ໃນວັນທີ 1 ເມສາ 2026, ທ່ານ ຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ Seema Malhotra, ຮອງລັດຖະມົນຕີຮັບຜິດຊອບວຽກງານອິນໂດ-ປາຊີຟິກ ທີ່ ກະຊວງການຕ່າງປະເທດ ອັງກິດ.

