ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດກູບາ

01/04/2026

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດກູບາ

ໃນຕອນເຊົ້າຂອງວັນທີ 1 ເມສາ 2026, ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ (Enna Esther Viant Valdes), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ ເຂົ້າອວຍພອນ ແລະ ຊົມເຊີຍ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ໃນໂອກາດນີ້, ສະຫາຍ ເອກອັກຄະລັດຖະທູດ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈທີ່ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດ ຊຸດທີ X ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ໂອກາດດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ເອກອັກຄະລັດຖະທູດ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ ທີ່ໄດ້ມາສະແດງຄວາມຊົມເຊີຍ ແລະ ອວຍພອນດ້ວຍຕົນເອງໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ຍາວນານ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ. ກູບາ  ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ລວມເຖິງການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ.

ໃນຕອນທ້າຍ, ສະຫາຍ ເອກອັກຄະລັດຖະທູດ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ ໄດ້ສະແດງຄວາມຢືນຢັນຄືນວ່າ ຈະສືບຕໍ່ເຮັດສຸດຄວາມສາມາດໃນການເປັນຂົວຕໍ່ ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສ. ກູບາ ແລະ ສປປ ລາວ ໃນຊຸມປີຕໍ່ໜ້າ ແລະ ໄດ້ອວຍພອນໄຊອັນປະເສີດ ມາຍັງ ການນໍາພັກ-ລັດ ກໍຄືປະຊາຊົນລາວທຸກທົ່ວໜ້າ ໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້.