ສານສະແດງຄວາມຊົມເຊີຍ ເຖິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

31/03/2026

 

ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2026

  

ພະນະທ່ານ ສີຫະສັກ ພວງເກດແກ້ວ,

ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ໃນໂອກາດທີ່ໄດ້ຮັບແຕ່ງຕັ້ງໃຫ້ເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ.

ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ຈະໄດ້ສືບຕໍ່ຮ່ວມມືກັບ ພະນະທ່ານ ຢ່າງໃກ້ຊິດ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະແບບຍືນຍົງ ກໍຄື ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພະນະທ່ານ, ສາຍພົວພັນມິດ    ຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ ເພື່ອຜົນປະໂຫຍດລວມຂອງສອງປະເທດ ກໍຄື ສອງກະຊວງການຕ່າງປະເທດ ລວມທັງສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວອາຊຽນຂອງພວກເຮົາ.

ເນື່ອງໃນໂອກາດປີໃໝ່ສົງການ ລາວ-ໄທ, ໄທ-ລາວ ພສ.2569 ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງພະນະທ່ານ.

ດ້ວຍຄວາມນັບຖື,

 

ທອງສະຫວັນ ພົມວິຫານ

ຮອງນາຍົກລັດຖະມົນຕີ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

  

ພະນະທ່ານ ສີຫະສັກ ພວງເກດແກ້ວ

ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ທີ່ ບາງກອກ.