25/03/2026
ຮຽນ: ສະຫາຍ ທອງລຸນ ສີສຸລິດ,
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ນະຄອນຫຼວງວຽງຈັນ.
ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ ສະຫາຍໄດ້ຮັບເລືອກຕັ້ງ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X. ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ການທີ່ສະຫາຍ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວອີກສະໄໝໜຶ່ງ ສະແດງໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ແລະ ສຳຄັນ ຂອງສະຫາຍ ຕໍ່ພາລະກິດແຫ່ງການປະຕິວັດ ແລະ ຂະບວນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ມີບົດບາດ ແລະ ປະສົບການອັນອຸດົມສົມບູນຂອງສະຫາຍ ຈະສືບຕໍ່ຊີ້ນຳ-ນຳພາ ລັດ ແລະ ປະຊາຊົນລາວອ້າຍນ້ອງໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026 – 2030 ຢ່າງມີໄຊ.
ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ສາດ ລະຫວ່າງ ລາວ-ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ທີ່ການນຳ ແລະ ປະຊາຊົນແຕ່ລະລຸ້ນ ສອງປະເທດໄດ້ຮ່ວກັນເພີ່ມພູນຄູນສ້າງ. ຂ້າພະເຈົ້ າເຊື່ອໝັ້ນວ່າ ພາຍໃຕ້ຄວາມເອົາໃຈໃສ່ ແລະ ການຊີ້ນຳຂອງສະຫາຍ ຈະເຮັດໃຫ້ສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ສະຫາຍ.
ຮ່າໂນ້ຍ, ວັນທີ 23 ມີນາ 2026
ໂຕ ເລິມ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ
--------------------------------------------------------------------------------------------
ຮຽນ: ສະຫາຍ ທອງລຸນ ສີສຸລິດ,
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ນະຄອນຫຼວງວຽງຈັນ.
ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສະພາແຫ່ງຊາດ ຊຸດທີ X ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມຕາງໜ້າໃຫ້ ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ການທີ່ ສະຫາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ໃຫ້ສືບຕໍ່ດຳລົງຕຳແໜ່ງເປັນປະທານປະເທດນັ້ນ ເປັນສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງ ພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ບົດບາດ, ອິດທິພົນ ແລະ ການປະກອບສ່ວນອັນສຳຄັນ ຂອງ ສະຫາຍ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: ດ້ວຍປະສົບການອັນອຸດົມສົມບູນ ແລະ ມີບົດບາດອັນສູງສົ່ງ, ສະຫາຍ ຈະສືບຕໍ່ຊີ້ນຳ-ນຳພາ ລັດ ແລະ ປະຊາຊົນລາວອ້າຍນ້ອງ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026 - 2030 ໃຫ້ປະກົດຜົນເປັນຈິງ, ເພື່ອສ້າງ ປະເທດລາວ ໃຫ້ກາຍເປັນປະເທດແຫ່ງ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ, ໃນໄລຍະຜ່ານມາ, ສາຍພົວພັນມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ປະກອບສ່ວນເຂົ້າໃນການສ້າງ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງ ພາກພື້ນ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ສະຫາຍ.
ຮ່າໂນ້ຍ, ວັນທີ 23 ມີນາ 2026
ເລືອງ ເກືອງ
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
-------------------------------------------------------------------------------
ຮຽນ: ສະຫາຍ ສອນໄຊ ສີພັນດອນ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ນະຄອນຫຼວງວຽງຈັນ
ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວວ່າ ສະພາແຫ່ງຊາດ ຊຸດທີ X ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງ ສະຫາຍ ໃຫ້ສືບຕໍ່ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ສະໄໝ 2026 - 2030. ການທີ່ ສະຫາຍ ໄດ້ຮັບການມອບໝາຍໃຫ້ສືບຕໍ່ດຳລົງຕຳແໜ່ງອັນສຳຄັນນີ້ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນອັນສູງສົ່ງ ຂອງ ພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ທີ່ມີຕໍ່ສ່ວນຕົວ ຂອງ ສະຫາຍ. ໃນນາມຕາງໜ້າໃຫ້ລັດຖະບານ, ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ດ້ວຍຂີດຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ ຂອງ ສະຫາຍໃນຕະຫຼອດໄລຍະທີ່ຜ່ານມາ, ສະຫາຍ ຈະສືບຕໍ່ສ້າງບາດກ້າວບຸກທະລຸອັນໃໝ່ ໃນການຊີ້ນຳ, ບໍລິຫານ ແລະ ນຳພາ ລັດຖະບານ ເພື່ອຮ່ວມກັບປະຊາຊົນລາວອ້າຍນ້ອງ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026 - 2030 ຢ່າງມີໄຊ ປະກອບສ່ວນນຳເອົາຄວາມຢູ່ດີກິນດີ ແລະ ຄວາມຜາສຸກມາສູ່ປະຊາຊົນ.
ໃນຕໍ່ໜ້າທີ່ຈະມາເຖິງ, ບົນພື້ນຖານສາຍພົວພັນມູນເຊື້ອອັນດີງາມ, ລັດຖະບານຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ລັດຖະບານລາວ ເວົ້າລວມ, ເວົ້າສະເພາະກັບສະຫາຍ ເພື່ອສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນຍຸດທະສາດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດການ, ເພື່ອຄວາມວັດທະນະຖາວອນ ແລະ ຄວາມຜາສຸກ ຂອງ ປະຊາຊົນສອງຊາດພວກເຮົາ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງສະຫາຍ.
ຮ່າໂນ້ຍ, ວັນທີ 23 ມີນາ 2026
ຟ້າມ ມິງ ຈິງ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
------------------------------------------------------------------------------------
ຮຽນ: ສະຫາຍ ວຽງທອງ ສີພັນດອນ,
ເລຂາທິການສູນກາງພັກ
ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ນະຄອນຫຼວງວຽງຈັນ.
ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ ສະພາແຫ່ງຊາດ ຊຸດທີ X ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈແຕ່ງຕັ້ງ ສະຫາຍ ໃຫ້ດຳລົງຕຳແໜ່ງເປັນ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ການທີ່ສະຫາຍ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດລາວໃຫ້ດຳລົງ ຕຳແໜ່ງອັນມີກຽດທີ່ສູງສົ່ງ ແລະ ສຳຄັນຂອງປະເທດ ເປັນການຮັບຮູ້ເຖິງການປະກອບສ່ວນອັນສຳຄັນຂອງສະຫາຍຕໍ່ ການກໍ່ສ້າງ ແລະ ພັດທະນາປະເທດຊາດ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ໃນໜ້າທີຕຳແໜ່ງອັນໃໝ່ນີ້, ສະຫາຍຈະສືບຕໍ່ ສຸມສະຕິປັນຍາ ແລະ ປະສົບການໃນການນຳພາຂອງສະຫາຍ ຮ່ວມກັບບັນດາການນຳຂອງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນການນຳພາປະເທດລາວອ້າຍນ້ອງ ໃຫ້ປະສົບຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ຍົກສູງບົດບາດຖານະຂອງປະເທດລາວຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ສາກົນ.
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນຍຸດທະສາດ ລະຫວ່າງສອງປະເທດພວກເຮົາ.
ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງສະຫາຍ.
ຮ່າໂນ້ຍ, ວັນທີ 23 ມີນາ 2026
ຫວໍ ທິ ແອັງ ຊວນ
ເລາທິການສູນກາງພັກ
ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
--------------------------------------------------------------------------------
ຮຽນ: ສະຫາຍ ສະເຫຼີມໄຊ ກົມມະສິດ,
ກໍາມະການກົມການເມືອງ ສູນກາງພັກ
ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດທີ່ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ງຕັ້ງ ສະຫາຍ ໃຫ້ສືບຕໍ່ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງອົບອຸ່ນ ແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ການທີ່ສະພາແຫ່ງຊາດລາວໄດ້ມອບໝາຍໜ້າທີ່ອັນສຳຄັນນີ້ໃຫ້ແກ່ສະຫາຍ, ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ມີຕໍ່ ຄວາມສາມາດ ແລະ ການປະກອບສ່ວນອັນສຳຄັນຂອງສະຫາຍ ໃນການສ້າງສາ ແລະ ພັດທະນາປະເທດ ໃນຊຸມປີຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍປະສົບການອັນອຸດົມສົມບູນ, ຄວາມສາມາດໃນການນຳພາ ແລະ ຄວາມໜັກແໜ້ນອັນສູງສົ່ງຂອງສະຫາຍ, ສະຫາຍຈະສືບຕໍ່ຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ໃຫ້ປະສົບຜົນສໍາເລັດ, ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງບົດບາດຖານະຂອງປະເທດລາວ ໃນເວທີພາກພື້ນ ແລະ ສາກົນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ໃນຖານະບົດບາດການເປັນຮອງນາຍົກລັດຖະມົນຕີ, ສະຫາຍຈະສືບຕໍ່ເອົາໃຈໃສ່ ແລະ ຊີ້ນຳ, ຊຸກຍູ້ ສາຍພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ. ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະຍາດ ລະຫວ່າງ ລາວ-ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງ ຈາກປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ກໍຄື ບັນດາທ່ານຜູ້ນຳ ແລະ ປະຊາຊົນສອງຊາດລຸ້ນຕໍ່ໆມາ. ດ້ວຍຄວາມມານະພະຍາຍາມຮ່ວມກັນຂອງທັງສອງຝ່າຍ, ລວມທັງການປະສານງານຢ່າງໃກ້ຊິດ ລະຫວ່າງຂ້າພະເຈົ້າ ແລະ ສະຫາຍ, ການຮ່ວມມື ລະຫວ່າງ ສອງລັດຖະບານຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາ ຈົນກາຍເປັນສາຍພົວພັນທີ່ມີເນື້ອໃນເລິກເຊິ່ງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.
ໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງທີ່ພັກ, ລັດ ແລະ ປະຊາຊົນລາວ ໄດ້ມອບໝາຍໃຫ້ ສະຫາຍ..
ຮ່າໂນ້ຍ, ວັນທີ 23 ມີນາ 2026
ບຸຍ ແທັງ ເຊິນ
ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
------------------------------------------------------------------------------------------
ຮຽນ: ສະຫາຍ ສະເຫຼີມໄຊ ກົມມະສິດ,
ກໍາມະການກົມການເມືອງ ສູນກາງພັກ
ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດທີ່ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ງຕັ້ງ ສະຫາຍ ໃຫ້ສືບຕໍ່ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງອົບອຸ່ນ ແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍປະສົບການອັນອຸດົມສົມບູນ, ຄວາມສາມາດໃນການນຳພາ ແລະ ຄວາມໜັກແໜ້ນອັນສູງສົ່ງຂອງສະຫາຍ, ສະຫາຍຈະສືບຕໍ່ຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ໃຫ້ປະສົບຜົນສໍາເລັດ, ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງບົດບາດຖານະຂອງປະເທດລາວ ໃນເວທີພາກພື້ນ ແລະ ສາກົນ.
ໃນໄລຍະຕໍ່ໜ້າ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າສະຫາຍ ຈະສືບຕໍ່ເອົາໃຈໃສ່ ແລະ ຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງ ສປປ ລາວ ປະສານງານຢ່າງໃກ້ຊິດ ແລະ ມີປະສິດທິຜົນກັບຝ່າຍຫວຽດນາມ ໃນການປະຕິບັດນະໂຍບາຍ ແລະ ຂໍ້ຕົກລົງທີ່ໄດ້ລົງນາມ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ໃນລະຫວ່າງການຢ້ຽມຢາມຂອງຜູ້ນຳຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ໃຫ້ກ້າວໄປສູ່ໄລຍະໃໝ່ຂອງການພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ.
ໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງທີ່ພັກ, ລັດ ແລະ ປະຊາຊົນລາວ ໄດ້ມອບໝາຍໃຫ້ ສະຫາຍ..
ຮ່າໂນ້ຍ, ວັນທີ 23 ມີນາ 2026
ເລ ຮ່ວາຍ ຈຸງ
ກໍາມະການກົມການເມືອງສູນກາງພັກ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
------------------------------------------------------------------------------------
ຮຽນ: ສະຫາຍ ທອງສະຫວັນ ພົມວິຫານ,
ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ຊຸດທີ X ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ນໍ້າໃຈທີ່ເຕັມໄປດ້ວຍມິດຕະພາບ ອັນສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ການທີ່ ສະຫາຍ ໄດ້ຮັບການມອບໝາຍໜ້າທີ່ອັນສຳຄັນໃໝ່ນີ້ ແມ່ນການຮັບຮູ້ຢ່າງສົມກຽດ ຕໍ່ກັບການປະກອບສ່ວນອັນໃຫຍ່ຫຼວງ, ຄວາມທຸ່ມເທ ແລະ ໝາກຜົນແຫ່ງການປະຕິບັດຫນ້າທີ່ ຂອງ ສະຫາຍໃນຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນໃນຕຳແໜ່ງ ລັດຖະມົນຕີກະຊວງການຕ່າງປະເທດລາວ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ, ດ້ວຍປະສົບການອັນອຸດົມສົມບູນ ແລະ ວິໄສທັດຍຸດທະສາດ, ສະຫາຍ ຈະສືບຕໍ່ເສີມຂະຫຍາຍບົດບາດການນຳພາອັນສຳຄັນ, ປະກອບສ່ວນຮ່ວມກັບ ລັດຖະບານລາວ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ຢ່າງມີໄຊ, ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງບົດບາດຖານະ ຂອງ ລາວໃນເວທີສາກົນ.
ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດສອງປະເທດ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ນັບມື້ເລິກເຊິ່ງຂຶ້ນກວ່າເກົ່າ. ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຈິງໃຈ ແລະ ມີປະສິດທິຜົນ ລະຫວ່າງ ສອງກະຊວງ ແມ່ນໜຶ່ງໃນບັນດາເສົາຄໍ້າອັນສຳຄັນ ທີ່ປະກອບສ່ວນເຂົ້າໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເພີ່ມທະວີຄວາມ ຫຸ້ນສ່ວນທາງດ້ານຍຸດທະສາດ ແລະ ຂະຫຍາຍການຮ່ວມມືໃນຂົງເຂດ ການເມືອງ, ເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຫຼາຍຝ່າຍ.
ຂ້າພະເຈົ້າເຊື່ອໝັ້ນວ່າ, ໃນຖານະດຳລົງຕຳແໜ່ງໃໝ່, ສະຫາຍ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່, ຊີ້ນຳ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ການພົວພັນ ລະຫວ່າງ ສອງປະເທດເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຕົວຈິງ, ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດນີ້, ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ຕຳແໜ່ງໃໝ່. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ພົບກັບ ສະຫາຍ ໃນໄວໆນີ້ ເພື່ອສືບຕໍ່ແລກປ່ຽນກ່ຽວກັບທິດທາງການຮ່ວມມື ລະຫວ່າງ ສອງປະເທດໃນຕໍ່ໜ້າ.
ຮ່າໂນ້ຍ, ວັນທີ 23 ມີນາ 2026
ເລ ຮ່ວາຍ ຈຸງ
ກໍາມະການກົມການເມືອງສູນກາງພັກ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

