13/03/2026
ໃນຕອນບ່າຍຂອງວັນທີ 12 ມີນາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີກອງປະຊຸມແລກປ່ຽນວິຊາການ 3 ຝ່າຍຂຶ້ນ ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຊາວໜຸ່ມກະຊວງການຕ່າງປະເທດ ແລະ ຊາວໜຸ່ມ ສມປຊ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ສຸລິຍາ ແກ້ວພິລະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ແລະ ສະຫາຍ ນາງ ຄຳຫລ້າ ແກ້ວອຸ່ນຄຳ, ຮອງຫົວຫນ້າ ສມປຊ, ມີ ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຂອງທັງ 3 ພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.

.jpeg)
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນວຽກວິຊາການ ແລະ ວຽກງານວິຊາສະເພາະຮ່ວມກັນ ລະຫວ່າງຊາວໜຸ່ມ 3 ພາກສ່ວນ ພ້ອມທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສຳຄັນຂອງພັກຂອງຊາດ ກໍຄື ເປັນການຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ 9. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນຳສະເໜີບົດ ຈຳນວນ 5 ຫົວຂໍ້ ຈາກສະມາຊິກຊາວໜຸ່ມທັງ 3 ພາກສ່ວນ ຄື: 1)ວຽກງານການທູດເສດຖະກິດຂອງ ສປປ ລາວ, 2) ຄວາມຄືບໜ້າໃນການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ, 3) ວຽກງານຂະບວນການຊາວໜຸ່ມ, 4) ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ ໃນຖັນແຖວຊາວໜຸ່ມ ໃນຍຸກແຫ່ງຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີທີ່ຂະຫຍາຍຕົວສູງ ແລະ 5) ສ້າງແນວຄິດຈິດຕະສາດຕ້ານປະກົດການຫຍໍ້ທໍ້ ໃນການນຳໃຊ້ສື່ສັງຄົມອອນລາຍ.
.jpeg)
.jpeg)
.jpeg)
.jpeg)
ພາຍຫຼັງສຳເລັດກອງປະຊຸມ, ສະມາຊິກຊາວໜຸ່ມທັງ 3 ພາກສ່ວນ ກໍໄດ້ສືບຕໍ່ເຂົ້າຮ່ວມແຂ່ງຂັນກິລາບານເຕະມິດຕະພາບ ຊາຍ-ຍິງ ແລະ ຫຼິ້ນກິດຈະກຳຕ່າງໆ ພ້ອມທັງໄດ້ຮ່ວມພາເຂົ້າສາມັກຄີຮ່ວມກັນ ເພື່ອເປັນການສ້າງຄວາມສາມັກຄີອັນດີ, ສ້າງສາຍພົວພັນ ແລະ ທໍາຄວາມຮູ້ຈັກລຶ້ງເຄີຍເຊິ່ງກັນ ແລະ ກັນ ລະຫວ່າງຊາວໜຸ່ມຂອງ 3 ພາກສ່ວນ ໃນຕໍ່ໜ້າ.
.jpeg)
.jpeg)

