ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 116 ປີ

06/03/2026

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 116 ປີ

ໃນຕອນບ່າຍຂອງວັນທີ 6 ມີນາ 2026, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນວິຊາການ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910- 8 ມີນາ 2026) ທີ່ໃກ້ຈະມາເຖິງ ໂດຍ ທ່ານ ໄມທອງ ທໍາມະວົງສາ, ໃນນາມຮອງເລຂາຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມສໍາມະນາຄັ້ງນີ້. ກອງປະຊຸມຄັ້ງນີ້ ມີ​ຜູ້ເຂົ້າຮ່ວມປະມານ 200 ຄົນ ຊຶ່ງຕາງ​ໜ້າ​ຈາກ​​ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ, ຕົວແທນຈາກຄະນະພົວພັນການຕ່າງປະເທດ ສູນກາງພັກ, ຄະນະກົມພາຍ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ກອງປະຊຸມສໍາມະນາແລກປ່ຽນວິຊາການ ຄັ້ງນີ້ ແມ່ນໜຶ່ງໃນກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 116  ປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ, ຊຶ່ງປະກອບມີ 3 ຫົວຂໍ້ ຄື: 1). ບົດບາດຂອງແມ່ຍິງໃນວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການເປັນປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions-CCM) ຮອບວຽນທີ 3;  2). ບົດບາດຂອງນັກການທູດຍິງໜຸ່ມນ້ອຍຈາກປະສົບການຕົວຈິງ; ແລະ 3). ການສ້າງຄວາມເຂົ້າໃຈກົດໝາຍສາກົນ-ສົນທິສັນຍາ ແລະ ສັນຍາສາກົນ. ຈຸດປະສົງ ຂອງກອງປະຊຸມວິຊາການຄັ້ງນີ້ ແມ່ນເພື່ອສ້າງທັກສະວິຊາການໃຫ້ແກ່ພະນັກງານການທູດຍິງ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນການຕ່າປະເທດ ສູນກາງພັກ ໃຫ້ມີຄວາມເຂັ້ມແຂງດ້ານວິຊາການຍິ່ງຂຶ້ນ ແລະ ເປັນການສົ່ງເສີມການສ້າງຄວາມຄວາມສາມັກຄີລະຫວ່າງນັກການທູດເພດຍິງ ແລະ ສາມອົງການຈັດຕັ້ງມະຫາຊົນໄປພ້ອມໆກັນ. 

ໃນໂອກາດກ່າວເປີດກອງປະຊຸມສໍາມະນາວິຊາການຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ປະຫວັດຄວາມເປັນມາໂດຍຫຍໍ້ ຂອງວັນແມ່ຍິງສາກົນ, ລວມເຖິງບົດບາດຄວາມສໍາຄັນຂອງແມ່ຍິງລາວທີ່ໄດ້ປະກອບສ່ວນອັນສຳຄັນໃນທຸກໆຂົງເຂດວຽກງານ ລວມທັງ ວຽກງານການຕ່າງປະເທດ ໂດຍຄຽງບ່າຄຽງໄຫລ່ກັບເພດຊາຍອັນໄດ້ເຮັດໃຫ້ບົດບາດ ຂອງແມ່ຍິງລາວ ໂດດເດັ່ນຂຶ້ນທັງໃນວຽກງານການເປັນເສນາທິການຄົ້ນຄວ້າວິຊາສະເພາະ ໃຫ້ແກ່ຄະນະພັກ-ຄະນະນໍາ ຕະຫຼອດຮອດການເຄື່ອນໄຫວວຽກງານການທູດໃນເວທີພາກພື້ນ ແລະ ສາກົນ. ໃນນັ້ນ, ແມ່ຍິງກະຊວງການຕ່າງປະເທດໄດ້ມີບົດບາດສໍາຄັນໃນການເຄື່ອນໄຫວການທູດ ຂອງ ສປປ ລາວ ຊຶ່ງ ປັດຈຸບັນ ມີຕົວແທນຂອງເພດຍິງ ໃນຂັ້ນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ, ປັດຈຸບັນ ມີແມ່ຍິງທີ່ໄດ້ດຳລົງຕໍາແໜ່ງ ຮອງລັດຖະມົນຕີ 1 ທ່ານ, ເປັນເອັກອັກຄະລັດຖະທູດ 3 ທ່ານ, ຫົວໜ້າກົງສູນ 2 ທ່ານ, ຄະນະກົມ 13 ທ່ານ ແລະ ຄະນະພະແນກ 89 ທ່ານ.​

ພ້ອມນັ້ນ, ​ທ່ານ ຮອງລັດຖະມົນຕີ ຍັງໄດ້ສະເເດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາເອື້ອຍນ້ອງພະນັກງານເພດຍິງທຸກທ່ານ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານການທູດ ບໍ່ວ່າຈະຢູ່ພາຍໃນ ຫຼື ຢູ່ຕ່າງປະເທດ,  ໂດຍສະເພາະ ໄດ້ສະແດງຄວາມຊົມເຊີຍ ທີ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນຂໍ້ມູນຂ່າວສານ ໃນທີ່ສໍາຄັນ ແລະ ຈໍາເປັນສໍາລັບນັກການທູດ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃນອະນາຄົດ.

ນອກຈາກນັ້ນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ຈັດກິດຈະກໍາປີ່ນອ້ອມ ໂດຍຈັດໃຫ້ໄປຢ້ຽມຢາມທັດສະນະ ກ່ຽວກັບວິຖີການດໍລົງຊີວິດ ແລະ ວັດທະນະທໍາທ້ອງຖິ່ນ ຂອງປະຊາຊົນໃນເມືອງວັງວຽງ, ແຂວງວຽງຈັນ ອີກດ້ວຍ.