ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບ ສະຖານະການຄວາມຮຸນແຮງ ຢູ່ ຕາເວັນອອກກາງ
02/03/2026
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຢ່າງຍິ່ງ ຕໍ່ເຫດການຄວາມຮຸນແຮງ ທີ່ກໍາລັງເກີດຂຶ້ນ ຢູ່ຕາເວັນອອກກາງໃນປັດຈຸບັນ ຊຶ່ງມີຄວາມສ່ຽງຕໍ່ການຂະຫຍາຍເປັນວົງກວ້າງ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢ່າງຫຼວງ ຫຼາຍ, ລວມທັງ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ ພາຍໃນພາກພື້ນ ແລະ ໃນໂລກ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ເພີ່ມທະວີຄວາມອົດທົນອົດກັ້ນ, ຢຸດຕິທຸກການກະທຳທີ່ຮຸນແຮງ ແລະ ພ້ອມກັນແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານ ການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.
ນະຄອນຫຼວງວຽງຈັນ, ວັນທີ 2 ມີນາ 2026

