24/02/2026
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2026
ສົມເດັດ,
ເນື່ອງໃນໂອກາດວັນພະລາຊະສົມພົບຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 66 ພັນສາ ກໍຄືວັນຊາດຂອງ ຍີ່ປຸ່ນ, ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງ ສົມເດັດ ແລະ ປະຊາຊົນຍີ່ປຸ່ນ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍ ແລະ ຍົກລະດັບເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃນເດືອນ ມັງກອນ 2025 ທີ່ຜ່ານມາ, ພິເສດ ປະຊາຊົນລາວ ຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ສຸດ ທີ່ໄດ້ຕ້ອນຮັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ຍີ່ປຸ່ນ ສະເດັດຢ້ຽມຢາມ ສປປ ລາວ ໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາຊ່ວຍ ສປປ ລາວ, ເຊິ່ງເປັນນິມິດໝາຍອັນສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງຊາດພວກເຮົາ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນເປັນສິລີມຸງຄຸນນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດແດ່ ສົມເດັດ ພ້ອມດ້ວຍພະລາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພາລະນາໄມສົມບູນ, ພະກະເສມສຳລານ, ມີອາຍຸຍິ່ງຍືນນານ ແລະ ປະຊາຊົນຍີ່ປຸ່ນ ພາຍໃຕ້ ພະບໍລົມໂພທິສົມພານຂອງພະອົງ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ສົມເດັດ ນາຣຸຮິໂຕະ
ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ
ທີ່ ໂຕກຽວ
----------------------------------------------------------------------------------------------------------------------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2026
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນພະຣາຊະສົມພົບຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 66 ພັນສາ ກໍຄືວັນຊາດຍີ່ປຸ່ນ, ໃນນາມລັດຖະບານ ກໍຄື ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ອວຍພອນໄຊອັນປະເສີດ ແລະ ຄຳຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ຄະນະລັດຖະບານ ແລະ ປະຊາຊົນຍີ່ປຸ່ນທຸກຖ້ວນໜ້າ ຈົ່ງມີຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.
ຂ້າພະເຈົ້າ ມີຄວາມຊົງຈໍາອັນດີ ໃນໂອກາດຢ້ຽມຢາມເຮັດວຽກທາງການ ທີ່ ປະເທດຍີ່ປຸ່ນ, ເຊິ່ງເປັນບາດກ້າວສໍາຄັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ຕະຫຼອດ 7 ທົດສະວັດທີ່ຜ່ານມາ. ການຍົກລະດັບສາຍພົວພັນຂອງສອງປະເທດພວກເຮົາ ເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃນເດືອນ ມັງກອນ 2025 ທີ່ ຜ່ານມາ ໄດ້ເປັນຂີດໝາຍສໍາຄັນທາງປະຫວັດສາດ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ແລະ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກ ມາປະຈໍາຢູ່ ສປປ ລາວ ນັບແຕ່ປີ 1965 ເປັນຕົ້ນມາ. ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ຂ້າພະເຈົ້າ ສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ ການຊ່ວຍເຫຼືອ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ສາທາລະນະສຸກ, ການເກັບກູ້ລະເບີດຕົກຄ້າງບໍ່ທັນແຕກ ແລະ ອື່ນໆ.
ຂ້າພະເຈົ້າມີຄວາມຍິນດີທີ່ຈະຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ຂະຫຍາຍຕົວ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ທ້າຍສຸດນີ້ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມ
ຜາສຸກ, ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ. ພ້ອມນີ້ກໍຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດພົບປະກັບ ພະນະທ່ານ ໃນອະນາຄົດອັນໃກ້ນີ້.
ດ້ວຍຄວາມນັບຖືຢ່າງສູງ,
ສອນໄຊ ສີພັນດອນ
ພະນະທ່ານ ນາງ ທະກະອິຈິ ຊານະເອະ,
ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
-----------------------------------------------------------------------------------------------------------------------------------------------------------------------------------------------------------------------
ນະຄອນຫຼວງວຽງຈັນ, ວັນທີ 23 ກຸມພາ 2026
ພະນະທ່ານ,
ເນື່ອງໃນໂອກາດວັນພະຣາຊະສົມພົບຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 66 ພັນສາ
ກໍຄືວັນຊາດຍີ່ປຸ່ນ, ຂ້າພະເຈົ້າ ຂໍຖືເປັນກຽດ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ບັນດາການນຳ ແລະ ພະນັກງານກະຊວງຕ່າງປະເທດຍີ່ປຸ່ນ ທຸກຖ້ວນໜ້າ ຈົ່ງປະສົບຜົນສໍາເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 7 ທົດສະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ, ໂດຍສະເພາະໃນປີ 2025 ນີ້ ການຍົກລະດັບສາຍພົວພັນ ເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຂອງພວກເຮົາ ຈະເປັນຂີດໝາຍ ແລະ ກາລະໂອກາດສໍາຄັນ ທີ່ສອງປະເທດເຮົາຈະຮັດແໜ້ນການຮ່ວມມືໃນຫຼາຍຂົງເຂດ. ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ຕີລາຄາສູງ ພ້ອມທັງຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ, ປ່າໄມ້ ແລະ ພື້ນຖານໂຄງລ່າງ ເປັນຕົ້ນ.
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ການຮ່ວມມືຢ່າງໃກ້ຊິດຂອງພວກເຮົາ ກໍຄືສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເພີ່ມທະວີຄວາມຮັດແໜ້ນ ແລະ ສືບຕໍ່ການເສີມຂະຫຍາຍການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍຄື ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ເພື່ອຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດພວດເຮົາ ຢ່າງເປັນຮູບປະທໍາໃນຊຸມປີຕໍ່ໜ້າ.
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ ພວກທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງສະຫວັນ ພົມວິຫານ
ພະນະທ່ານ ໂມເຕງິ ໂທຊິມິຊຶ
ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ

