ຈົດໝາຍສະແດງຄວາມຊົມເຊີຍ ຈາກ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ໂມເຕງິ ໂທຊິມິຊຶ, ແຫ່ງ ປະເທດຍີ່ປຸ່ນ ເນື່ອງໃນໂອກາດທີ່ຖືກແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ອີກຄັ້ງໜຶ່ງ.

24/02/2026

 

 

ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 20 ກຸມພາ 2026

 

ພະນະທ່ານ,
 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ອີກຄັ້ງໜຶ່ງ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ​ ການຮ່ວມມືອັນດີງາມ​ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ​, ກໍຄືການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ໂດຍສະເພາະໃນປີ 2025 ຜ່ານມາ ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ການສົ່ງອາສາສະໝັກ ແລະ ຊ່ຽວຊານຍີ່ປຸ່ນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ດ້ວຍບັນຍາກາດອັນຟົດຟື້ນ; ພິເສດແມ່ນ ຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນເດືອນພະຈິກ 2025, ເຊິ່ງໄດ້ເພີ່ມທະວີເຮັດໃຫ້ສາຍພົວພັນມິດຕະພາບຂອງສອງປະເທດພວກເຮົາ ຍິ່ງມີຄວາມເບັ່ງບານຂຶ້ນຕື່ມອີກ.

 

ຂ້າ​ພະ​ເຈົ້າ ຫວັງຢ່າງຍິ່ງ​ວ່າ ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອຮັດແໜ້ນການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ແຕກດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາວ ລາວ ແລະ ຍີ່ປຸ່ນ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຄວາມສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,

                                                                               

 

ທອງສະຫວັນ ພົມວິຫານ

 

ພະນະທ່ານ ໂມເຕງິ ໂທຊິມິຊຶ

​​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

ທີ່ນະຄອນຫຼວງໂຕກຽວ