20/02/2026
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຖືວ່ານະໂຍບາຍປິດລ້ອມຈາກພາຍນອກ, ໂດຍສະເພາະແມ່ນມາດຕະການບີບບັງຄັບຝ່າຍດຽວນັ້ນ ບໍ່ພຽງແຕ່ເປັນການຂັດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດທີ່ຖືກປະຕິບັດນະໂຍບາຍປິດລ້ອມດັ່ງກ່າວ, ແຕ່ຍັງຂັດກັບຫຼັກການ ຂອງ ກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ຄວາມສະເໝີພາບອະທິປະໄຕຂອງລັດ ກໍຄື ເສລີພາບໃນການຄ້າ ແລະ ການເດີນເຮືອສາກົນ ເຊິ່ງກໍ່ໃຫ້ເກີດຜົນສະທ້ອນ ທາງລົບຢ່າງໜັກໜ່ວງຕໍ່ປະຊາຊົນຜູ້ບໍລິສຸດ ແລະ ກີດຂວາງການພັດທະນາປະເທດຊາດ ຂອງ ຫຼາຍປະເທດທີ່ກຳລັງ ພັດທະນາ.
ສປປ ລາວ ຂໍຢືນຢັນຄືນ ການສະໜັບສະໜູນ ມະຕິ ຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ໄດ້ ຮັບການຮັບຮອງເອົາໃນຫຼາຍປີຜ່ານມາ ແລະ ຮຽກຮ້ອງໃຫ້ຍົກເລີກມາດຕະການຂວໍ້າບາດດ້ານເສດຖະກິດ-ການຄ້າ ແລະ ການເງິນ ຕໍ່ ສ.ກູບາ, ພ້ອມທັງ ຢຸດຕິບັນດາມາດຕະການບີບບັງຄັບຝ່າຍດຽວ ໃນທັນທີ.

