03/02/2026
ໃນຕອນບ່າຍຂອງວັນທີ 3 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບ ທຸງໄຊນໍາຫນ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ທອງລີ ສີສຸລິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ພ້ອມທັງມີຄະນະພັກ-ຄະນະນໍາກະຊວງ, ຜູ້ຕາງໜ້າສະຫະພັນກໍາມະບານ ແລະ ສະຫະພັນແມ່ຍິງກະຊວງ, ຜູ້ຕາງໜ້າຄະນະໜ່ວຍພັກ ແລະ ສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນຈາກສູນກາງຊາວໜຸ່ມ ແລະ ບັນດາກະຊວງອ້ອມຂ້າງ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ, ສະຫາຍ ນາງ ມຸກດາວັນ ສີສຸລິດ, ກໍາມະການຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວຫນຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ທິດທາງແຜນການ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ປະຈໍາປີ 2024, ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໃນແຕ່ລະດ້ານ ເປັນຕົ້ນແມ່ນ ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ແລະ ບຸກດ້ານວຽກງານວິຊາສະເພາະ, ໂດຍໄດ້ຖືເອົາວຽກງານແນວຄິດເປັນບູລິມະສິດ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເພື່ອສ້າງໃຫ້ຖັນແຖວສະມາຊິກຊາວໜຸ່ມ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຊີ້ນໍາ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນແນວທາງການຕ່າງປະເທດ; ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຊຸກຍູ້ແຕ່ລະໜ່ວຍຊາວໜຸ່ມສ້າງກິດຈະກໍາເສີມສ້າງຄວາມອາດສາມາດໃຫ້ແກ່ສະມາຊິກຊາວຫນຸ່ມ ໂດຍການແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະ, ການຄົ້ນຄວ້າຂີດຂຽນ, ເຕັກນິກການເຈລະຈາ ແລະ ອື່ນໆພາຍໃນກົມ ແລະ ລະຫວ່າງ ກົມດ້ວຍກັນ ຢ່າງເປັນຂະບວນຟົດຟື້ນ; ໄດ້ປັບປຸງກົງຈັກການຈັດຕັ້ງ ຕາມສະພາບຈຸດພິເສດຂອງຕົນ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມຕໍ່ເນື່ອງ; ພ້ອມທັງໄດ້ເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະນໍາກະຊວງ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ໂດຍສະເພາະການຄົ້ນຄວ້າ, ວິເຄາະ, ວິໄຈສະພາບການພາກພື້ນ ແລະ ສາກົນ, ປະຕິບັດວຽກການຂ່າວ, ກົງສຸນ, ວຽກງານຊາຍແດນ, ການທູດເສດຖະກິດ, ພິທີການ ແລະ ອື່ນໆ ລວມທັງການແປພາສາ ໃຫ້ການນໍາຂັ້ນສູງ, ບັນດາກະຊວງ ແລະ ຂະແໜງການອື່ນໆ. ນອກຈາກນັ້ນ, ສະຫາຍ ນາງ ມຸກດາວັນ ສີສຸລິດ, ໄດ້ສະຫຼຸບຕີລາຄາ ແລະ ຍົກໃຫ້ເຫັນເຖິງສາເຫດທີ່ພາໃຫ້ມີດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ເຊິ່ງຜ່ານການຕີລາຄາແຕ່ລະດ້ານ ແມ່ນສາມາດຈັດຢູ່ໃນປະເພດແຂງ.





ໃນວາລະຄັ້ງນີ້, ໄດ້ມີພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ມອບ-ຮັບ ໃບຢັ້ງຢືນຊາວໜຸ່ມ 4 ບຸກ ປະຈໍາປີ 2022, 2023 ແລະ 2024 ໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ; ມອບ-ຮັບ ໃບຢັ້ງຢືນຊາວໜຸ່ມ 4 ບຸກ ແລະ ໃບຢັ້ງຢືນຊາວໜຸ່ມຕົວແບບ ປະຈໍາປີ 2024 ໃຫ້ແກ່ ບັນດາໜ່ວຍຊາວໜຸ່ມພາຍໃນກະຊວງ ແລະ ສະມາຊິກຊາວໜຸ່ມຕົວແບບ; ພ້ອມທັງໄດ້ມີພິທີປະດັບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ຄະນະນໍາກະຊວງ ແລະ ອະດີດຄະນະບໍລິຫານງານຊາວໜຸ່ມກະຊວງ ຜູ້ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນວຽກງານຊາວໜຸ່ມ ໃນຕະຫຼອດໄລຍະຜ່ານມາ ຈໍານວນ 6 ສະຫາຍ.


ໃນຕອນທ້າຍຂອງພິທີ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ທອງລີ ສີສຸລິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຊີ້ນໍາຕໍ່ຄະນະບໍລິຫານງານຊາວໜຸ່ມກະຊວງ ແລະ ສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ, ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງຊາວໜຸ່ມກະຊວງການຕ່າງປະເທດ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການຕ່າງໆ ຈົນສາມາດຍາດໄດ້ທຸງໄຊນໍາໜ້າຂະບວນການຂໍ້ແຂ່ງຂັນ 4 ບຸກ ໃນຄັ້ງນີ້; ພ້ອມທັງໄດ້ຮຽກຮ້ອງໃຫ້ ຄະນະຊາວໜຸ່ມກະຊວງ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດ ຂອງບັນດາສະມາຊິກຊາວໜຸ່ມ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ມີສະຕິລະວັງຕົວ ຮູ້ຈໍາແນກມິດ-ສັດຕູຢ່າງຈະແຈ້ງ; ສືບຕໍ່ນໍາພາ ແລະ ສົ່ງເສີມຄວາມຮູ້ດ້ານວິຊາການ-ວິຊາສະເພາະ ໃຫ້ແກ່ ສະມາຊິກຊາວໜຸ່ມ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ; ສືບຕໍ່ປັບປຸງກົງຈັດການຈັດຕັ້ງ ແລະ ແບບແຜນການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ເພື່ອໃຫ້ສາມາດຊີ້ນໍາການເຄື່ອນໄຫວວຽກງານຊາວໜຸ່ມໄດ້ຢ່າງມີປະສິດທິພາບ ແລະ ຕໍ່ເນື່ອງ; ສືບຕໍ່ສົ່ງເສີມວຽກງານດ້ານວິຊາສະເພາະ ໃຫ້ເປັນລະບົບ, ມີແບບແຜນ ແລະ ມີເປົ້າໝາຍອັນແນ່ນອນ, ເປັນເຈົ້າການໃນການເປັນເສນາທິການ ໃຫ້ແກ່ຄະນະພັກ-ຄະນະນໍາກະຊວງ ໃນການຄົ້ນຄວ້າ, ລົງເລິກ ແລະ ຕິດຕາມ ສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ; ພ້ອມທັງສືບຕໍ່ແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ຊາວໜຸ່ມກະຊວງການຕ່າງປະເທດ ມີຄວາມໜັກແໜ້ນ, ເຂັ້ມແຂງ ໃຫ້ສົມກັບຄໍາເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝ ພວກເຮົາ”.




