ແຈ້ງການ ຂອງ ກະຊວງການຕ່າງປະເທດ

03/02/2026

ແຈ້ງການ ຂອງ ກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ,      ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມລັດຖະກິດ ລາຊະອານາຈັກ ກໍາປູເຈຍ ແຕ່ວັນທີ 06-07 ກຸມພາ 2026 ທີ່ ນະຄອນຫຼວງພະນົມເປັນ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນ ຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ໃນໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ ກໍຈະເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4 ແລະ ກອງປະຊຸມພົບປະສຸດຍອດ 2 ພັກ ລາວ-ກໍາປູເຈຍ ຄັ້ງທີ 16.