30/01/2026
ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 28-29 ມັງກອນ 2026 ທີ່ ເຊບູ, ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍ ກັບ ທ່ານ ເບນດີໂຕ ໂດສ ຊານໂຕສ ຟຣີອິຕາສ (Bendito dos Santos Freitas), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລສເຕ.

ໃນໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຕີມໍ-ເລສເຕ, ເຊິ່ງເປັນຄັ້ງທໍາອິດ ພາຍຫຼັງດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພ້ອມດຽວກັນນັ້ນ, ກໍໄດ້ຕີລາຄາສູງຕໍ່ຜົນການເດີນທາງຢ້ຽມຢາມເຮັດວຽກ ຢູ່ ຕີມໍ-ເລສເຕ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເພື່ອກະກຽມໃຫ້ແກ່ການສ້າງຕັ້ງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫລວງ ດີລີ, ສປ. ຕີມໍ-ເລສເຕ ໃນອະນາຄົດ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສປ. ຕີມໍ-ເລສເຕ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະ 24 ປີຜ່ານມາ ໂດຍມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ເຊິ່ງຫຼ້າສຸດແມ່ນການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ (Jose Ramos-Horta), ປະທານາທິບໍດີ ແຫ່ງ ສປ. ຕີມໍ-ເລສເຕ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມດຽວກັນ, ຝ່າຍລາວ ກໍ່ໄດ້ຖອດຖອນບົດຮຽນໃນການເປັນປະທານອາຊຽນໃຫ້ແກ່ ຕີມໍ-ເລສເຕ ເພື່ອກະກຽມການເປັນປະທານອາຊຽນ ໃນອະນາຄົດຕໍ່ໜ້າ. ສອງຝ່າຍໄດ້ປຶກສາຫາລືໃນການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດຂອງສອງປະເທດໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະການຊອກຫາຂົງເຂດທີ່ສອງປະເທດມີທ່າແຮງບົ່ມຊ້ອນ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ; ປຶກສາຫາລືໃນການສ້າງຕັ້ງກົນໄກການຮ່ວມມືສອງຝ່າຍ ເປັນຕົ້ນ ຄະນະກໍາມະການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JCBC) ເພື່ອອໍານວຍຄວາມສະດວກໃຫ້ແກ່ການປຶກສາຫາລື ແລະ ການສົ່ງເສີມການຮ່ວມມືໃນອະນາຄົດ. ນອກນັ້ນ, ລາວ-ຕີມໍ ກໍ່ໄດ້ມີການຍົກເວັ້ນວີຊາລັດຖະການ ແລະ ການທູດ ນໍາກັນ ເພື່ອເປັນການຊຸກຍູ້ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ຫຼາຍຂຶ້ນ. ໃນຕອນທ້າຍ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ນອກຈາກນັ້ນ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ມີການພົບປະແບບບໍ່ເປັນທາງການກັບ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ກໍ່ຄື ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເພື່ອປຶກສາຫາລືວຽກງານສໍາຄັນຕ່າງໆ ໂດຍສະເພາະ ການກະກຽມໃຫ້ແກ່ການຢ້ຽມຢາມລັດຖະກິດ ຂອງ ປະທານປະເທດ ແຫ່ງ ສປປ ລາວ ທີ່ ລາຊະອານາຈັກກໍາປູເຈຍ ໃນລະຫວ່າງວັນທີ 6-7 ກຸມພາ 2026 ນີ້. ພ້ອມດຽວກັນ, ກໍ່ໄດ້ປຶກສາຫາລື ກ່ຽວກັບ ການສະເດັດຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເພື່ອເປັນນິມິດໝາຍອັນສຳຄັນທີ່ສຸດ ໃຫ້ແກ່ການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ.

ໃນວັນດຽວກັນ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍ່ໄດ້ພົບປະໂອ້ລົມກັບ ທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ເພື່ອປຶກສາຫາລືກ່ຽວກັບ ການຮ່ວມມືບັນດາກົນໄກຕ່າງໆ ໃນການສົ່ງເສີມການຄ້າ, ການລົງທຶນ, ການຄົມມະນາຄົມ-ຂົນສົ່ງ ແລະ ການທ່ອງທ່ຽວ. ພິເສດ, ແມ່ນໄດ້ປຶກສາຫາລື ໃນການກະກຽມຕ້ອນຮັບ ການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງເຈົ້າຊີວິດ ແລະ ພະລາຊິນີ ແຫ່ງ ລາຊະອານາຈັກໄທ ໃນໄວໆນີ້.

