30/01/2026
ໃນວັນທີ 29 ມັງກອນ 2026 ທີ່ ເຊບູ, ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງຕ່າງປະເທດ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ຟີລິບປິນ ແລະ ເຂົ້າຮ່ວມໂດຍ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ແມ່ນກອງປະຊຸມຄັ້ງທໍາອິດ ສຳລັບປີ 2026 ຈັດຂື້ນພາຍໃຕ້ການເປັນປະທານອາຊຽນຂອງ ຟີລິບປິນ ພາຍໃຕ້ຄໍາຂວັນ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ (Navigating Our Future, Together)”.

ກອງປະຊຸມ ໄດ້ຮັບຊາບກ່ຽວກັບ ບັນດາບູລິມະສິດ, ຂໍ້ລິເລີ່ມ ແລະ ບັນດາກິດຈະກຳຕ່າງໆ ພາຍໃຕ້ການເປັນປະທານອາຊຽນ ໃນປີ 2026 ຂອງ ຟີລິບປິນ, ຊຶ່ງໄດ້ກຳນົດຂົງເຂດບູລິມະສິດຫລັກ ຄື: 1.) ເສົາຫຼັກແຫ່ງ ສັນຕິພາບ ແລະ ຄວາມໝັ້ນຄົງ, 2.) ແລວທາງແຫ່ງຄວາມຈະເລີນຮຸ່ງເຮືອງ, ແລະ 3.) ການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນ. ນອກນັ້ນ, ກໍໄດ້ມີການກຳນົດບູລິມະສິດຍ່ອຍສໍາລັບແຕ່ລະເສົາຄໍ້າປະຊາຄົມອາຊຽນ.

ສຳລັບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແມ່ນຈະສືບຕໍ່ເນັ້ນໃສ່ການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ ໂດຍຜ່ານລະບຽບການ ແລະ ການປຶກສາຫາລື ເພື່ອຕ້ານກັບໄພຂົ່ມຂູ່ແບບ ໃໝ່. ເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແມ່ນເພີ່ມທະວີການເຊື່ອມໂຍງທາງດ້ານການຄ້າ ແລະ ການລົງທຶນ, ແລະ ການນຳໃຊ້ເສດຖະກິດສ້າງສັນ ແລະ ມີນະວັດຕະກຳ. ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແມ່ນຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຄອບຄົວ ແລະ ການພັດທະນາແບບມີສ່ວນຮ່ວມຢ່າງທົ່ວເຖິງ.

ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນເດືອນຕຸລາ 2025 ທີ່ ກົວລາລຳເປີ, ພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ແລະ ຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງປະຕິບັດຜົນຂອງບັນດາກອງປະຊຸມສຸດຍອດດັ່ງກ່າວໃຫ້ມີປະສິດທິຜົນ.

ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືກັບພາຍນອກ ໂດຍສະເພາະຄວາມສຳຄັນຂອງການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ແລະ ການຍົກສູງບົດບາດນໍາພາແບບສ້າງສັນຂອງອາຊຽນ ໃນການສົ່ງເສີມການປຶກສາຫາລືຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ. ນອກນັ້ນ, ກໍໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

