28/01/2026
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນແບບວົງແຄບ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຊຶ່ງຈັດຂຶ້ນໃນວັນທີ 28-29 ມັງກອນ 2026 ທີ່ ເຊບູ, ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງຕ່າງປະເທດ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ ໂດຍການເປັນປະທານຂອງ ຟິລິບປິນ ໃນນາມປະທານອາຊຽນ ປີ 2026 ໃນວັນທີ 28 ມັງກອນ 2026.
ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງດັ່ງກ່າວ,ໂດຍຜູ້ຕາງຫນ້າພິເສດຂອງປະທານອາຊຽນ ກ່ຽວກັບ ມຽນມາ. ພ້ອມນີ້, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ລັດຖະມົນຕີຕ່າງປະເທດຂອງ ຟິລິບປິນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຕາງຫນ້າພິເສດຂອງປະທານອາຊຽນ. ກອງປະຊຸມ ໄດ້ປຶກສາຫາລືແນວທາງໃນຕໍ່ໜ້າເພື່ອຊ່ວຍເຫຼືອ ມຽນມາ ຊອກຫາວິທີທາງແກ້ໄຂວິກິດການໃນ ມຽນມາ ແບບສັນຕິວິທີ ແລະ ຍືນຍົງ, ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ, ສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ໄພພິບັດອາຊຽນ (AHA Centre).

