ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນ ໃຫ້ແກ່ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

28/01/2026

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນ ໃຫ້ແກ່ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າຂອງວັນທີ 28 ມັງກອນ 2026 ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ, ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ, ກຳມະການຄະນະບໍລິຫານງານຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານ ນາງ ຂັນມາລາ ພັນດານຸວົງ ໄດ້ຕາງໜ້າ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ທີ່ຍາດມາໄດ້ ຕະຫຼອດໄລຍະ 77 ປີຜ່ານມາ, ລວມທັງໄດ້ຍົກໃຫ້ເຫັນມູນເຊື້ອຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ສະຫະພັນແມ່ຍິງຂອງສອງກະຊວງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄື ສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ໄດ້ຝາກຄວາມອວຍພອນໄປຍັງ ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ແລະ ກອງທັບປະຊາຊົນລາວ ຈົ່ງມີພະລານາໄມສົມບູນ, ປະຕິບັດໜ້າທີ່ອັນມີກຽດສະຫງ່າ ແລະ ປ້ອງກັນຊາດໄດ້ຢ່າງມີໄຊຕະຫຼອດໄປ. ພ້ອມນີ້, ຍັງໄດ້ສົ່ງກໍາລັງໃຈ ແລະ ຄວາມຫ່ວງໃຍເຖິງອ້າຍນ້ອງທະຫານບັນດາເລົ່າລົບ ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ ແລະ ທະຫານຊາຍແດນ. ນອກຈາກນີ້, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ມອບເງິນຊ່ວຍເຫຼືອ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 12.000.000 ກີບ ໃຫ້ແກ່ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກໍາລັງໃຈ ໃຫ້ແກ່ອ້າຍເອື້ອຍນ້ອງ, ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ.

ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຕາງໜ້າ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈຢ່າງສູງ ມາຍັງສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ທີ່ໄດ້ມາອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃນຄັ້ງນີ້, ເຊິ່ງຍາມໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຮ່ວມມືຊ່ວຍເຫຼືອນຳເອົາວັດຖຸປັດໃຈ ພ້ອມເຄື່ອງຊ່ວຍເຫຼືອຕ່າງໆນຳມາມອບໃຫ້ ເພື່ອນຳໄປປະກອບຊ່ວຍເຫຼືອເປັນກຳລັງໃຈໃຫ້ແກ່ອ້າຍ, ເອື້ອຍນ້ອງທະຫານທຸກຖ້ວນໜ້າ. ໂອກາດນີ້, ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກໍໄດ້ຝາກຄວາມຂອບໃຈຢ່າງສູງ ແລະ ຢື້ຢາມຖາມຂ່າວເຖິງຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ໂດຍຜ່ານ ສະຫະພັນແມ່ຍິງກະຊວງການຕ່າງປະເທດ.