ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ສະຖານະການໃນ ເວເນຊູເອລາ ວັນທີ 4 ມັງກອນ 2026
04/01/2026
ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຍຶດໝັ້ນຢ່າງເຂັ້ມງວດ ຕໍ່ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຫຼັກການເຄົາລົບອໍານາດອະທິປະໄຕແຫ່ງຊາດ ແລະ ຫຼີກລ້ຽງການນໍາໃຊ້ກໍາລັງ ຫຼື ໃຊ້ກໍາລັງຂົ່ມຂູ່ໃນການພົວພັນສາກົນ. ສປປ ລາວ ຊຸກຍູ້ໃຫ້ທຸກຝ່າຍ ໃຊ້ຄວາມອົດກັ້ນ, ແກ້ໄຂບັນຫາຂັດແຍ້ງ ດ້ວຍການເຈລະຈາ ໂດຍສອດຄ່ອງກັບກົດໝາຍສາກົນ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.

