ຖະແຫລງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ສະພາບການໃນຊ່ອງແຄບໄຕ້ຫວັນ, ວັນທີ 31 ທັນວາ 2025
31/12/2025
ຕໍ່ສະພາບການໃນຊ່ອງແຄບໄຕ້ຫວັນ, ສປປ ລາວ ຢໍ້າຄືນທັດສະນະອັນສະເໝີຕົ້ນສະເໝີປາຍໃນການເດັດດ່ຽວຍຶດໝັ້ນການເຄົາລົບຍັດຕິຂອງສະມັດຊາໃຫຍ່ ສປຊ ເລກທີ 2758 ແລະ ຫຼັກການປະເທດຈີນດຽວທີ່ຖືວ່າ ໄຕ້ຫວັນແມ່ນສ່ວນໜຶ່ງຂອງ ສປ ຈີນ ແລະ ຄັດຄ້ານຕໍ່ທຸກການກະທໍາ ເພື່ອຫວັງຕັດແຍກ ແລະ ເປັນການແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ.

