ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາພາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

16/12/2025

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາພາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.

ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມຄະນະ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ. ສະຫາຍ ໄມທອງ ທໍາມະວົງສາ ໄດ້ຕາງໜ້າຄະນະຜູ້ແທນ ກ່າວສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ X ກໍຄືບັນດາຜົນສໍາເລັດດ້ານຕ່າງໆໃນການນໍາພາ-ຊີ້ນໍາການສ້າງສາພັດທະນາແຂວງສະຫວັນນະເຂດໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການປະກອບຄໍາຄິດເຫັນສໍາຄັນຂອງ ສະຫາຍ ຮອງເລຂາພັກເເຂວງ ພ້ອມດ້ວຍຄະນະໃນຄັ້ງນີ້.

ຄະນະໄດ້ໄປຢ້ຽມຢາມສະຖານຫໍພິພິຕະພັນຂອງແຂວງສະຫວັນນະເຂດ ເພື່ອຮຽນຮູ້ປະຫວັດສາດຂອງແຂວງທີ່ຕິດພັນກັບປະຫວັດສາດອັນຍາວນານ ແລະ ມູນເຊື້ອພິລະອາດຫານ ທັງເປັນບ້ານເກີດຂອງທ່ານປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ພິລະອາດຫານປີຊາສາມາດ ແລະ ແສນເຄົາລົບຮັກຂອງ ພັກ-ລັດ ແລະ ປະຊາຊົນ, ວິລະບູລຸດຂອງຊາດລາວ, ນັກປະຕິວັດຜູ້ດີເລີດ ແລະ ຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນທີ່ພະນັກງານຮຸ່ນໜຸ່ມນ້ອຍຄວນສືບຕໍ່ຮໍ່າຮຽນເອົາເປັນແບບຢ່າງ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃຫ້ເເກ່ຄະນະທັງໝົດ ໃຫ້ກຳແໜ້ນປະຫວັດສາດການຕໍ່ສູ້ກູ້ຊາດ, ຜົນງານ, ຄຸນງາມ ຄວາມດີ, ແບບແຜນການດຳລົງຊີວິດ, ມູນເຊື້ອອັນດີງາມຂອງນັກຮົບປະຕິວັດ ແລະ ການນຳຮຸ້ນທຳອິດຂອງ ສປປ ລາວ. ນອກຈາກນັ້ນ, ຄະນະໄດ້ໄປທັດສະນະສຶກສາພຶ້ນຖານເສດຖະກິດ, ໂດຍສະເພາະແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ໄດ້ຮັບຮູ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງ ແຂວງສະຫວັນນະເຂດ ໃນຊຸມປີຜ່ານມາ ແລະ ປະຈຸບັນ.

ໃນໂອກາດລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້ ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະບໍລິຫານງານຄະຫະພັນກໍາມະບານ ກະຊວງການຕ່າງປະເທດ ນໍາພາໂດຍ ສະຫາຍ ກັນຍາ ຄໍາມຸງຄຸນ, ຄະນະພັກກະຊວງການຕ່າງປະເທດ, ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານ ສະຫະພັນກໍາມະບານ ແຂວງສະຫວັນນະເຂດ ນຳພາໂດຍ ສະຫາຍ ນາງ  ບົວສອນ ວິໄລວົງ, ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານກໍາມະບານ ກໍຄື ການຈັດຕັ້ງປະຕິບັດບັນດາວຽກງານທີ່ພົ້ນເດັ່ນຂອງຕົນໃນໄລຍະຜ່ານມາ. ສະຫະພັນກໍາມະບານກະຊວງການຕ່າງປະເທດ ຍັງໄດ້ນໍາເອົາອຸປະກອນການສຶກສາ, ເຄື່ອງກິລາ ແລະ ເຄື່ອງຮັບໃຊ້ການຮຽນການສອນຈໍານວນໜຶ່ງ ໄປມອບໃຫ້ເເກ່ 5 ໂຮງຮຽນ ຂອງຄຸ້ມບ້ານພັດທະນາ, ພິທີມອບ-ຮັບໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນປະຖົມສົມບູນທ່າຊະໂນ, ນະຄອນໄກສອນ ພົມວິຫານ.

ການມາທັດສະນະສຶກສາ, ເເລກປ່ຽນບົດຮຽນ ແລະ ຢ້ຽມຢາມ ສະຖານທີ່ປະຫວັດສາດສໍາຄັນຂອງການປະຕິວັດຢູ່ ແຂວງ ສະຫວັນນະເຂດ  ຂອງຄະນະໃນຄັ້ງນີ້ ເປັນການປະກອບສ່ວນສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ເປັນຕົ້ນແມ່ນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປິ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານຄົບຮອບ 105 ປິ,​ ທັງເປັນການສ້າງໂອກາດໃຫ້ຖັນແຖວພະນັກງານ ແລະ ສະມາຊິກກໍາມະບານກະຊວງການຕ່າງປະເທດ ໄດ້ຮຽນຮູ້ ແລະ ກໍາໄດ້ສະພາບລວມການພັດທະນາເສດຖະກິດສັງຄົມ ແລະ ທ່າແຮງດານຕ່າງໆຂອງແຂວງສະຫວັນນະເຂດ ເພື່ອນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານການທູດຕົວຈິງໃນຕໍ່ໜ້າ.