ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບສະພາບການທີ່ເກີດຂຶ້ນ ຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ, ວັນທີ 11 ທັນວາ 2025

11/12/2025

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບສະພາບການທີ່ເກີດຂຶ້ນ ຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ, ວັນທີ 11 ທັນວາ 2025

ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບຄວາມຂັດແຍ່ງທີ່ກຳລັງດຳເນີນຢູ່ ລະຫວ່າງ ກຳປູເຈຍ ແລະ ໄທ. ໃນຖານະປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ, ສປປ ລາວ ຮຽກຮ້ອງໃຫ້ທັງສອງຝ່າຍ ໃຊ້ຄວາມອົດທົນອົດກັ້ນ ຫຼີກເວັ້ນການໃຊ້ກຳລັງ ບົນຈິດໃຈໄມຕີຈິດ ມິດຕະພາບ ໃນຖານະເປັນປະເທດສະມາຊິກອາຊຽນດ້ວຍກັນ, ກັບຄືນປະຕິບັດຕາມ ຂໍ້ຕົກລົງ ສອງປະເທດ ທີ່ ໄດ້ລົງນາມ ໃນວັນທີ 26 ຕຸລາ 2025, ທີ່ ກົວລາລໍາເປີ ແລະ ນຳໃຊ້ກົນໄກທີ່ມີຢູ່ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາໂດຍສັນຕິວິທີ.