ໂທລະເລກອວຍພອນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈາກ ການນໍາຂັ້ນສູງ ແຫ່ງ ສປປ ເກົາຫຼີ

11/12/2025

 

ເຖິງ: ສະ​ຫາຍ​ ທອງລຸນ ສີສຸລິດ,

ເລ​ຂາ​ທິ​ການ​​ໃຫຍ່​ ​ຄະ​ນະ​ບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ

ທີ່ ນະຄອນຫຼວງວຽງຈັນ

 

ສະ​ຫາຍທີ່ນັບຖື,

ຂ້າ​ພະ​ເຈົ້າ​, ເນື່ອງ​ໃນ​ໂອ​ກາດ​​ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຄົບ​ຮອບ ​50 ປີ, ​ຂໍ​ສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ພັກ ປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ.

ຕະ​ຫຼອດ​ໄລ​ຍະ​ 50 ປີ​ທີ່ຜ່ານ​ມາແຫ່ງການສະຖາປະນາ,​  ​ພາຍ​ໃຕ້​ການການຊີ້ນຳ-ນຳພາຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ຊາ​ຊົນ​ລາວໄດ້ບັນລຸຜົນສຳເລັດອັນ​​ດີເດັ່ນ     ໃນການສູ້ຊົນເພື່ອປົກປັກຮັກສາ ໝາກຜົນແຫ່ງການປະຕິວັດສັງຄົມນິຍົມ, ເພິ່ມທະວີລະບອບປະຊາທິປະໄຕປະຊາຊົນ ແລະ ສ້າງສາພັດທະນາປະເທດຊາດ.

ຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ ແລະ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ຍິ່ງໆຂຶ້ນ ອີງຕາມນໍ້າໃຈຕົກລົງກັນທີ່ໄດ້ຮັບການບັນລຸໃນການພົບປະສຸດຍອດພວກເຮົາ ຢູ່ນະຄອນຫຼວງພຽງຢາງ ແລະ ຂໍອວຍພອນໃຫ້ສະຫາຍ ຈົ່ງມີພະລະນາໄມສົມບູນ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບ.

 

 

ນະ​ຄອນ​ຫຼວງ​ພຽງ​ຢາງ, ວັນ​ທີ​ 2 ​ທັນວາ 2025

 

ກິ ເຈິງ ອຸນ

ເລຂາທິການໃຫຍ່ພັກ​ແຮງ​ງານ​​ເກົາ​ຫຼີ

ປະທານກິດຈະການແຫ່ງລັດ ແຫ່ງ

ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

 ​

----------------------------------------------------------------------------------------------------------------------------------------

 

ເຖິງ: ສະ​ຫາຍ​ ສອນໄຊ ສີພັນດອນ

ນາຍົກລັດ​ຖະ​ມົນ​ຕີ​ ແຫ່ງ​ ສາ​ທາ​ລະ​ນະ​ລັດ​​​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ

ທີ່ ນະຄອນຫຼວງວຽງຈັນ

 

ຂ້າພະເຈົ້າ, ເນື່ອງ​ໃນ​ໂອ​ກາດ​​ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ​ຮອບ ​50 ປີ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນລາວ.

ຂ້າພະເຈົ້າ, ຂໍສະແດງຄວາມຍິນດີທີ່​ພາຍ​ໃຕ້​ການການຊີ້ນຳ-ນຳພາອັນຖືກຕ້ອງຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ລັດຖະບານ ແລະ ປະຊາຊົນລາວ ໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງ ໃນທຸກຂະແໜງການຂອງເສດຖະກິດ-ສັງຄົມ ໂດຍຍຶດໝັ້ນອຸດົມການສັງຄົມນິຍົມ ໃນຕະ​ຫຼອດ​ໄລ​ຍະ​50 ປີ​ທີ່ຜ່ານ​ມາ.

ຂ້າພະເຈົ້າ, ຂໍຖືໂອກາດນີ້, ສະ​ແດງ​ຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປເກົາຫຼີ ແລະ ສປປລາວ ຈະສືບຕໍ່ເສີມຂະຫຍາຍໃຫ້ສອດຄ່ອງກັບ ນໍ້າໃຈຕົກລົງກັນທີ່ໄດ້ຮັບການບັນລຸ ໃນການພົບປະສຸດຍອດທີ່ເປັນທາງດ້ານປະຫວັດສາດ ລະຫວ່າງສອງປະເທດພວກເຮົາ ແລະ ຂໍອວຍພອນໃຫ້ສະຫາຍຈົ່ງປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

 

 

ນະ​ຄອນ​ຫຼວງ​ພຽງ​ຢາງ, ວັນ​ທີ​ 2 ​ທັນວາ 2025

 

ປາກ ແທ ຊົງ

ນາ​ຍົກ​ລັດ​ຖະ​ມົນ​ຕີ

​ແຫ່ງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​​ຊົນ​ ປະ​ຊາ​ທິ​ປະ​ໄຕ​ ເກົາ​ຫຼີ

  

----------------------------------------------------------------------------------------------------------------------------------------

 

ເຖິງ: ສະ​ຫາຍ​ ທອງສະຫວັນ ພົມວິຫານ,

ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ

ແຫ່ງ​ ສາ​ທາ​ລະ​ນະ​ລັດ​​​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ

ທີ່ ນະຄອນຫຼວງວຽງຈັນ

 

ຂ້າພະເຈົ້າ, ເນື່ອງ​ໃນ​ໂອ​ກາດ​​ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ​ຮອບ ​50 ປີ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງສະຫາຍ.

ຂ້າພະເຈົ້າ, ຂໍຖືໂອກາດນີ້, ສະ​ແດງ​ຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອ ແລະ ປະຫວັດສາດອັນຍາວນານ ລະຫວ່າງ ສປປເກົາຫຼີ ແລະ ສປປລາວ ຈະສືບຕໍ່ເສີມຂະຫຍາຍ ໃຫ້ສອດຄ່ອງກັບເຈດຕະນາອັນສູງສົງຂອງທ່ານຜູ້ນຳສູງສຸດສອງປະເທດພວກເຮົາ ແລະ ຂໍອວຍພອນໄຊມາຍັງສະຫາຍ ຈົ່ງບັນລຸຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນການປະຕິບັດໜ້າທີ່ວຽກງານຂອງສະຫາຍ ເພື່ອພັດທະນາ ການພົວພັນຕ່າງປະເທດຂອງປະເທດຊາດ.

  

 

ນະ​ຄອນ​ຫຼວງ​ພຽງ​ຢາງ, ວັນ​ທີ​ 2 ​ທັນວາ 2025

 

ຊອຍ ເຊີນ ຮີ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ

​ແຫ່ງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​​ຊົນ​ ປະ​ຊາ​ທິ​ປະ​ໄຕ​ ເກົາ​ຫຼີ

​