ໂທລະເລກອວຍພອນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈາກ ການນໍາຂັ້ນສູງ ແຫ່ງ ສປ ຈີນ

02/12/2025

ນະຄອນຫຼວງວຽງຈັນ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ທອງລຸນ ສີສຸລິດ

 

ສະຫາຍ ທອງລຸນ ສີສຸລິດ ທີ່ນັບຖື:

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງພັກປະຊາຊົນປະຕິວັດລາວ, ລັດຖະບານລາວ ແລະ ປະຊາຊົນລາວ.

ໃນ 50 ປີຜ່ານມາ, ພັກປະຊາຊົນລາວໄດ້ເຕົ້າໂຮມນໍາພາປະຊາຊົນລາວບາກບັ່ນສູ້ຊົນ ແລະ ກ້າວໄປໜ້າຢ່າງໜັກແໜ້ນ, ເຊິ່ງໄດ້ຮັບຜົນສໍາເລັດໜ້າຊົມຊື່ນ ໃນພາລະກິດການປ່ຽນແປງໃໝ່, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ຖານະບົດບາດໃນເວທີສາກົນ ແລະ ພາກພື້ນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ໃນຖານະເປັນສະຫາຍ ແລະ ອ້າຍນ້ອງ, ຝ່າຍຈີນຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ຜົນສໍາເລັດດັ່ງກ່າວ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຝ່າຍລາວຈະເດີນຕາມເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນເອງຢ່າງແນ່ນອນ, ຕ້ອນຮັບການໄຂກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງມີໄຊ ແລະ ສ້າງພາບພົດໃໝ່ໃຫ້ແກ່ພາລະກິດສ້າງສາພັດທະນາຂອງພັກ ແລະ ປະເທດຊາດ.

ສະຫາຍ ເລຂາທິການໃຫຍ່ ໄດ້ສໍາເລັດການຢ້ຽມຢາມປະເທດຈີນຢ່າງຈົບງາມ ໃນເດືອນກັນຍາ ປີນີ້, ຂ້າພະເຈົ້າ ແລະ ສະຫາຍ ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນໃນດ້ານຍຸດທະສາດອັນໃໝ່ ກ່ຽວກັບ ການລົງເລິກສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ. ຝ່າຍຈີນຖືປະເທດລາວເປັນບູລິມະສິດໃນວຽກງານຕ່າງປະເທດກັບບັນດາປະເທດອ້ອມຂ້າງ, ຍິນດີຮ່ວມກັບຝ່າຍລາວ, ຖືໂອກາດການສ້າງຕັ້ງສາຍພົວພັນທາງການທູດ ຈີນ-ລາວ ຄົບຮອບ 65 ປີ ໃນປີໜ້າ, ເສີມສ້າງມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີຄວາມສາມັກຄີ ແລະ ການປະສານສົມທົບກັນ, ຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຈີນ ແລະ ລາວ ໃນຍຸກສະໄໝໃໝ່ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຢ່າງບໍ່ຢຸດຢັ້ງ, ນໍາເອົາຄວາມຜາສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ, ປະກອບສ່ວນອັນໃຫຍ່ກວ່າເກົ່າເຂົ້າໃນສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ.

ຂໍອວຍພອນໃຫ້ປະເທດລາວຈົ່ງຈະເລີນຮຸ່ງເຮືອງ ແລະ ປະຊາຊົນຈົ່ງຢູ່ເຢັນເປັນສຸກ.

ຂໍອວຍພອນໃຫ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

 

ສີຈິ້ນຜິງ

ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ

      ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ວັນທີ 2 ທັນວາ 2025 ທີ່ ນະຄອນຫຼວງປັກກິ່ງ

 


 

ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ສອນໄຊ ສີພັນດອນ

 

ສະຫາຍ ນາຍົກລັດຖະມົນຕີ:

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງ ສະຫາຍ ຢ່າງສຸດໃຈ.

ໃນ 50 ປີຜ່ານມາ, ເສດຖະກິດ-ສັງຄົມຂອງປະເທດລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບປຸງ ແລະ ຖານະບົດບາດໃນເວທີສາກົນນັບມື້ນັບສູງຂຶ້ນ. ການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ບັນດາໂຄງການຮ່ວມມືອັນສໍາຄັນດໍາເນີນຢ່າງໜັກແໜ້ນ, ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ. ປີໜ້າແມ່ນການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຈີນ-ລາວ ຄົບຮອບ 65 ປີ, ຂ້າພະເຈົ້າຍິນດີຮ່ວມກັບ ສະຫາຍ ຖືເອົາຮັບຮູ້ອັນຍຸດທະສາດທີ່ເປັນເອກະພາບກັນຂອງການນໍາສູງສຸດສອງພັກສອງລັດເປັນເຂັມທິດເຍືອງທາງ, ຊີ້ນໍາບັນດາຂະແໜງການ ແລະ ທ້ອງຖິ່ນຂອງສອງຝ່າຍເພີ່ມທະວີການຮ່ວມມືກັນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ປະເທດລາວຈົ່ງຈະເລີນຮຸ່ງເຮືອງ ແລະ ປະຊາຊົນຈົ່ງຢູ່ເຢັນເປັນສຸກ.

ຂໍອວຍພອນໃຫ້ສາຍພົວພັນມິດຕພາບອັນເປັນມູນເຊື້ອ ລະຫວ່າງ ຈີນ ແລະ ລາວ ໄດ້ຮັບການສືບທອດ ແລະ ໝັ້ນຄົງທະໜົງແກ່ນຕະຫຼອດໄປ.

 

     ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ຫຼີສຽງ

ວັນທີ 2 ທັນວາ 2025 ທີ່ ນະຄອນຫຼວງປັກກິ່ງ

 


 

ນະຄອນຫຼວງວຽງຈັນ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສະຫາຍ ທອງສະຫວັນ ພົມວິຫານ

 

ສະຫາຍ ລັດຖະມົນຕີ:

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງ ສະຫາຍ ຢ່າງສຸດໃຈ.

ໃນ 50 ປີຜ່ານມາ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ພາລະກິດການກໍ່ສ້າງສັງຄົມນິຍົມຂອງປະເທດລາວ ໄດ້ຮັບໝາກຜົນອັນໃຫຍ່ຫຼວງ. ພາຍໃຕ້ການຊີ້ນໍາຍຸດທະສາດຂອງຜູ້ນໍາສູງສຸດຂອງສອງພັກສອງລັດ ຈີນ-ລາວ, ການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ໄດ້ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ແລະ ໄດ້ມີຜົນສໍາເລັດອັນອຸດົມສົມບູນ. ຂ້າພະເຈົ້າຍິນດີຮ່ວມພະຍາຍາມກັບ ສະຫາຍ ເພື່ອຈັດຕັ້ງປະຕິບັດຄໍາຄິດຄໍາເຫັນທີ່ເປັນເອກະພາບກັນຂອງຜູ້ນໍາຂັ້ນສູງ, ຖືໂອກາດການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຈີນ-ລາວ ຄົບຮອບ 65 ປີ ເພີ່ມທະວີການຮ່ວມມືໃນຂົງເຂດສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ປະເທດລາວຈົ່ງຈະເລີນຮຸ່ງເຮືອງ ແລະ ປະຊາຊົນຈົ່ງຢູ່ເຢັນເປັນສຸກ.

 

ຄະນະກໍາມະການສູນກາງພັກກອມມູນິດຈີນ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ຫວາງ ອີ້

ວັນທີ 2 ທັນວາ 2025 ທີ່ ນະຄອນຫຼວງປັກກິງ