01/12/2025
ຄະນະບໍລິຫານງານສູນກາງພັກ ພັກກອມມູນິດຫວຽດນາມ
ນະຄອນຫຼວງຮ່າໂນ້ຍ, ວັນທີ 01 ທັນວາ 2025
ໂທລະເລກອວຍພອນ
ເຖິງ: - ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ,
- ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
- ສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
- ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
- ຄະນະກຳມະການສູນກາງແນວລາວສ້າງຊາດ,
ທີ່ ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຂໍສົ່ງຄຳອວຍພອນໄຊອັນປະເສີດ ແລະອົບອຸ່ນມາຍັງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສປປ ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ.
ໃນຕະຫຼອດໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ຍຶດໝັ້ນສູ້ຊົນເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງສາມາດບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ. ເສດຖະກິດ - ສັງຄົມໄດ້ພັດທະນາຢ່າງໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢ່າງໜັກແໜ້ນ, ບົດບາດ ແລະ ອິດທິພົນຂອງລາວນັບມືນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ພິເສດ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ໄດ້ກຳນົດແນວທາງ, ເປົ້າໝາຍ ແລະ ໜ້າທີ່ໃນການພັດທະນາປະເທດ ໃນໄລຍະໃໝ່ ເພື່ອກ້າວໄປເຖິງເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາພາຍ ໃນປີ 2030. ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວອ້າຍນ້ອງ ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ອັນໃຫຍ່ຫຼວງກວ່າເກົ່າ, ພັກປະຊາຊົນປະຕິວັດລາວຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃນຕົ້ນປີ 2026 ສໍາເລັດຜົນຢ່າງຈົບງາມ; ສ້າງສາປະເທດຊາດລາວ ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ແລະ ຈະເລີນຮຸ່ງເຮືອງຕາມເປົ້າໝາຍສັງຄົມນິຍົມ.
ພວກຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ຄຽງຄູ່ກັບບັນດາຜົນສຳເລັດອັນ ໃຫຍ່ຫຼວງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດບັນລຸໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໂດຍແມ່ນປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມກໍ່ສ້າງ ແລະເພີ່ມພຸນຄຸນສ້າງ, ນັບມືນັບໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງແຕ່ລະປະເທດ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງເຂັ້ມແຂງແຮງກ້າ ແລະ ຮອບດ້ານຕໍ່ພາລະກິດການປ່ຽນແປງໃໝ່ຂອງ ສປປ ລາວ ແລະ ຖືການພົວພັນກັບລາວເປັນບຸລິມະສິດອັນດັບຕົ້ນຕໍ ໃນນະໂຍບາຍການຕ່າງປະເທດຂອງຕົນຢ່າງສະເໝີຕົ້ນສະເໝີປາຍ. ເຖິງວ່າໃນສະພາບການໃດກໍ່ຕາມ, ຫວຽດນາມຈະພະຍາຍາມສຸດຄວາມສາມາດ ເພື່ອຮ່ວມກັບລາວ ເພື່ອຮັກສາ, ປົກປ້ອງ ແລະ ສືບຕໍ່ເພີ່ມພູນຄຸນສ້າງຄວາມສາມັກຄີພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ ໃຫ້ນັບມືນັບພັດທະນາຢ່າງເລິກເຊິ່ງ, ມີປະສິດທິຜົນ ແລະ ແທດຈິງໃນທຸກໆຂົງເຂດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ຫວຽດນາມ - ລາວ ຈົ່ງສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ຂໍອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍການນຳພັກ, ລັດ, ລັດຖະບານ ແລະ ແນວລາວສ້າງຊາດ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານະໄມສົມບູນ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າາໃນໜ້າທີ່ອັນສູງສົ່ງຂອງຕົນ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ໂທລະເລກອວຍພອນ
ເຖີງ : ສະຫາຍ ທອງສະຫວັນ ພົມວິຫານ
ລັດຖະມົນຕີ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ
ທີ່ນະຄອນຫລວງວຽງຈັນ
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025), ຕາງໜ້າຄະນະນຳ ແລະ ພະນັກງານ, ລັດຖະກອນ ຂອງ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ທຸກທົ່ວໜ້າ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ພ້ອມດ້ວຍ ຄະນະນຳ ແລະ ບັນດາພະນັກງານ, ລັດຖະກອນ ຂອງ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທຸກທົ່ວໜ້າ.
ໃນຕະຫຼອດ 50 ປີ ທີ່ຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ປະເທດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ບັນລຸບັນດາຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນພາລະກິດສ້າງສາປະເທດຊາດເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ ຂ້າພະເຈົ້າເຊື່ອໝັັ້ນວ່າ ດ້ວຍມູນເຊື້ອອັນສະຫງ່າລາສີ ແລະ ນ້ຳໃຈສາມັກຄີ ພ້ອມກັບ ເຈດຈຳນົງ ແລະ ຄວາມຕັດສິນໃຈສູງ, ສປປ ລາວ ຈະສືບຕໍ່ບັນລຸໄດ້ບັນດາຜົນສຳເລັດໃໝ່ອັນໃຫຍ່ຫຼວງກ່ວາເກົ່າ ໃນພາລະກິດແຫ່ງປ່ຽນແປ່ງໃໝ່, ພັດທະນາປະເທດ ແລະ ເຊື່ອມໂຍງກັບສາກົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ບັນດາຜົນງານການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ເຊິ່ງນັບມື້ນັບແທດຈິງ ແລະ ມີປະສິດທິຜົນສູງ, ທັງໃນຂອບເຂດສອງຝ່າຍ ແລະ ໃນບັນດາກົນໄກໃນເວທີພາກພື້ນ ແລະ ສາກົນ. ໃນເວລາຈະມາເຖິງນີ້, ຂ້າພະເຈົ້າຫວັງວ່າຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບສະຫາຍ ແລະ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອປະກອບສ່ວນພັດທະນາໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ກໍ່ຄືເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງ ກະຊວງການຕ່າງປະເທດພວກເຮົາ ໃຫ້ນັບມື້ນັບສະໜິດຕິດພັນ ແລະ ມີປະສິດທິຜົນສູງກວ່າເກົ່າ.
ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ບັນດາສະຫາຍຄະນະນຳ ພ້ອມດ້ວຍພະນັກງານ, ລັດຖະກອນ ຂອງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ພະລານະໄມສົມບູນ, ຄອຍຄົວມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນວຽກງານທຸກປະການ./.
ນະຄອງຫຼວງຮ່າໂນ້ຍ, ວັນທີ 01 ທັນວາ 2025
ເລຮ່ວາຍຈູງ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

