ໂທລະສານສະແດງຄວາມເຫັນໃຈ ຕໍ່ເຫດການອຸທົກກະໄພຢູ່ 9 ຈັງຫວັດພາກໃຕ້ຂອງໄທ

27/11/2025

ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2025

 

ໂທລະສານສະແດງຄວາມເຫັນໃຈ

 

ພະບາດສົມເດັດ,

ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງທີ່ຊາບຂ່າວ ກ່ຽວກັບເຫດການອຸທົກກະໄພຢູ່ 9 ຈັງຫວັດພາກໃຕ້ຂອງໄທ ອັນເນື່ອງມາຈາກຝົນຕົກໜັກຕິດຕໍ່ກັນ ແຕ່ວັນທີ່ 19-22 ພະຈິກ 2025, ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ ແລະ ລະບົບພື້ນຖານໂຄງລ່າງຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.

ຕາງໜ້າ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງ ພະບາດສົມເດັດ ແລະ ຜ່ານພະບາດສົມເດັດ ໄປຍັງປະຊາຊົນຊາວໄທ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວ ຈາກເຫດການໄພພິບັດທາງທໍາມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ, ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ ແລະ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນຊາວໄທ ຈະຜ່ານພົ້ນໄລຍະຫຍຸ້ງຍາກ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

 

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ

ແຫ່ງ ລາຊະອານາຈັກໄທ

ທີ່ ບາງກອກ


ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2025

 

ໂທລະສານສະແດງຄວາມເຫັນໃຈ

 

ພະນະທ່ານ,

ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຊາບວ່າ ເກີດເຫດການຝົນຕົກໜັກ ໃນລະຫວ່າງວັນທີ 19-22 ພະຈິກ 2025, ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມຢ່າງຮຸນແຮງ ໃນຫຼາຍພື້ນທີ່ຢູ່ເຂດ 9 ຈັງຫວັດພາກໃຕ້ຂອງໄທ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ, ບ້ານເຮືອນປະຊາຊົນ ແລະ ລະບົບໂຄງລ່າງພື້ນຖານຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ກໍຄື ປະຊາຊົນຊາວໄທ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວ ທີ່ໄດ້ຮັບຜົນກະທົບໜັກ ຈາກເຫດການໄພພິບັດທາງທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ-ນຳພາຂອງ ພະນະທ່ານ ແລະ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນຊາວໄທ ຈະສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍຄວາມນັບຖືຢ່າງສູງ,                                                                                            

  

 ສອນໄຊ ສີພັນດອນ

         

ພະນະທ່ານ ອະນຸທິນ ຊານວີຣະກູນ

ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ

ທີ່ ບາງກອກ


ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2025

ໂທລະສານສະແດງຄວາມເຫັນໃຈ

ພະນະທ່ານ,

ຂ້າພະເຈົ້າ, ມີຄວາມເສົ້າສະຫຼົດໃຈເປັນຢ່າງງຍິ່ງ ທີ່ໄດ້ຊາບຂ່າວວ່າຢູ່ 9 ຈັງຫວັດພາກໃຕ້ຂອງໄທ ໄດ້ເກີດເຫດການຝົນຕົກໜັກຕິດຕໍ່ກັນ ແຕ່ວັນທີ່ 19-22 ພະຈິກ 2025, ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ ແລະ ລະບົບພື້ນຖານໂຄງລ່າງຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.

ໃນນາມພະນັກງານ ກະຊວງການຕ່າງປະເທດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ກໍຄືປະຊາຊົນໄທທຸກຖ້ວນໜ້າ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດໃນຄັ້ງນີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານ, ປະຊາຊົນຊາວໄທ ຈະຜ່ານພົ້ນ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

 

ທອງສະຫວັນ ພົມວິຫານ

                         

ພະນະທ່ານ ສີຫະສັກ ພວງເກດແກ້ວ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ

ແຫ່ງ ລາຊະອານາຈັກໄທ

ທີ່ ບາງກອກ