27/11/2025
ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2025
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້່າໃຈເປັນຢ່າງຍິ່ງທີ່ໄດ້ຮັບຊາບ ກ່ຽວກັບ ຄວາມເສຍຫາຍທີ່ເກີດຂຶ້ນຈາກໄພນໍ້າຖ້ວມ ແລະ ດິນເຈື່ອນ ຢູ່ຫລາຍແຂວງຂອງເກາະສຸມາດຕຣາ, ອິນໂດເນເຊຍ ໃນອາທິດນີ້, ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນອິນໂດເນເຊຍ ຈໍານວນຫຼວງຫຼາຍ ທີ່ດໍາລົງຊີວິດຢູ່ໃນຂົງເຂດທີ່ໄດ້ຮັບຜົນກະທົບດັ່ງກ່າວ.
ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈເປັນຢ່າງຍິ່ງມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍທີ່ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງ ລັດຖະບານ ອິນໂດເນເຊຍ, ປະຊາຊົນ ອິນໂດເນເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບ ໃນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ທອງສະຫວັນ ພົມວິຫານ
ພະນະທ່ານ ສຸກິໂອໂນ,
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາກຕາ

