ສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດໄພນໍ້າຖ້ວມຢູ່ລັດຕ່າງໆທາງພາກຕາເວັນອອກ ແລະ ພາກເໜືອຂອງມາເລເຊຍ

27/11/2025

ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2025

ພະນະທ່ານ,

ຂ້າພະ​ເຈົ້າ ​ຮູ້ສຶກ​ເສົ້່າໃຈ​ເປັນຢ່າງ​ຍິ່ງ​ທີ່​ໄດ້​ຮັບຊາບ ​ກ່ຽວ​ກັບ ​ຄວາມເສຍຫາຍ​ທີ່​ເກີດ​ຂຶ້ນຈາກໄພນໍ້າຖ້ວມ ຢູ່ ລັດຕ່າງໆທາງຕາເວັນອອກ ແລະ ທາງພາກເໜືອຂອງ ມາເລເຊຍ ໃນອາທິດນີ້, ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນມາເລເຊຍຈໍານວນຫຼວງຫຼາຍ ທີ່ດໍາລົງຊີວິດຢູ່ໃນຂົງເຂດທີ່ໄດ້ຮັບຜົນກະທົບດັ່ງກ່າວ.

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,  ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈເປັນຢ່າງຍິ່ງມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນມາເລເຊຍ ໂດຍສະເພາະ​ຄອບ​ຄົວ​ຜູ້ປະສົບເຄາະຮ້າຍທີ່​ເສຍ​ຊີ​ວິດ ແລະ ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ໃນຄັ້ງນີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຂອງ ລັດຖະບານ    ມາເລເຊຍ, ປະຊາຊົນ ມາເລເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

                                                                                      

ທອງສະຫວັນ ພົມວິຫານ

 

ພະນະທ່ານ ໂມຮາເມັດ ຮາຊານ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ

ທີ່ ພຸທະຈາຢາ