28/11/2025
ນະຄອນຫຼວງວຽງຈັນ, ວັນທີ 28 ພະຈິກ 2025
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 50 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍທີ່ດີຂອງພວກເຮົາໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບແຕ່ພວກເຮົາໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນເວລາ 23 ປີ ຜ່ານມາ. ຂ້າພະເຈົ້າ ຂໍຕີລາຄາສູງຕໍ່ຂີດໝາຍສໍາຄັນອັນເປັນຫວັດສາດ ຂອງ ຕີມໍ ເລສເຕ ທີ່ໄດ້ເຂົ້າເປັນສະມາຊິກສົມບູນຂອງ ອາຊຽນຢ່າງເປັນທາງການ ປະເທດທີ11 ຂອງອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ປະເທດມາເລເຊຍຜ່ານມາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສືບຕໍ່ຊອກຫາຂົງເຂດການຮ່ວມມືທີ່ເປັນທ່າແຮງຮ່ວມກັນ ລະຫວ່າງສອງປະເທດຂອງພວກເຮົາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍຄືເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ຂອງ ພະນະທ່ານ ແລະ ອວຍພອນໃຫ້ປະຊາຊົນຕີມໍ-ເລສເຕເພື່ອນມິດ ສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ສອນໄຊ ສີພັນດອນ
ພະນະທ່ານ ເກ ຣາລາ ຊານານາ ກຸສມາວ
ນາຍົກລັດຖະມົນຕີ ແຫ່ງ ຕີມໍ-ເລສເຕ
ທີ່ ດີລີ
ນະຄອນຫຼວງວຽງຈັນ, ວັນທີ 28 ພະຈິກ 2025
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງພະນັກງານຂອງ ກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕທຸກຖ້ວນໜ້າ ເນື່ອງໃນໂອກາດຄົບຮອບ 50 ປີ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.
ຂ້າພະເຈົ້າ ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ເຫັນວ່າ ສອງປະເທດຂອງພວກເຮົາ ກຳລັງສະເຫລີມ ສະຫລອງວັນຊາດຄົບຮອບ 50 ປີ ໃນປີນີ້ເຊັ່ນດຽວກັນ. ພ້ອມກັນນີ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງຕະຫລອດໄລຍະ 2 ທົດສະວັດທີຜ່ານມາ. ຂ້າພະເຈົ້າ ຂໍຖືໂອກາດທີ່ມີຄວາມໝາຍສຳຄັນນີ້ ສະແດງຄວາມຊົມເຊີຍອັນອົບອຸ່ນ ໄປຍັງລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ເຂົ້າເປັນສະມາຊິກສົມບູນທີ 11 ຂອງອາຊຽນ. ຂ້າພະເຈົ້າ ເຊື່ອໝັ້ນວ່າການຮັບເອົາ ຕີມໍ-ເລສເຕ ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການໃນຄັ້ງນີ້ ຈະປະກອບສວ່ນຊຸກຍູ້ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ພະນັກງານ ກະຊວງການການຕ່າງປະເທດ ແລະ ການຮ່ວມມື ສປ ຕີມໍ-ເລສເຕທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງສະຫວັນ ພົມວິຫານ
ພະນະທ່ານ ເບນດີໂຕ ໂດສ ຊານໂຕສ ຟຣີອິຕາສ
ລັດຖະມົນກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລສເຕ
ທີ່ ດີລີ

