ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2025

25/11/2025

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2025

ໃນ​ວັນ​ທີ 25 ພະຈິກ 2025, ທີ່ ສູນ​ການຮ່ວມ​ມືສາກົນ​ ແລະ ການຝຶກ​ອົບ​ຮົມ (ICTC), ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ງານລ້ຽງນໍ້າຊາ-ພົບປະສັງສັນ ລະຫວ່າງ ບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດຍິງ, ພັນລະຍາທູຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງຈາກ ສໍານັກງານຕາງໜ້າການທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ນາງ ວາດສະໜາ ພົມວິຫານ, ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນແມ່ຍິງລາວ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫະພັນແມ່ຍິງບັນດາກະຊວງ ເຂົ້າຮ່ວມລວມທັງໝົດ 300 ກວ່າທ່ານ.

ໃນ​ໂອ​ກາດ​​ນີ້, ທ່ານ ນາງ ວາດສະໜາ ພົມວິຫານ ໄດ້​ໃຫ້​ກຽດ​ຂຶ້ນ​ກ່າວ​ເປີດ​ງານ, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງງານດັ່ງກ່າວ ເຊິ່ງງານ​ລ້ຽງ​ນ້ຳຊາ ເປັນ​ກິດ​ຈະ​ກຳເຄື່ອນໄຫວ​ປະ​ຈຳ​ປີ​ຂອງ ສະ​ຫ​ະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໂດຍມີຈຸດ​ປະ​ສົງເພື່ອ​ເຕົ້າ​ໂຮມພົບ​ປະ​ສັງ​ສັນ ແລະ ເປັນໂອກາດອັນດີ ໃຫ້ບັນດາທູດຍິງ, ພັນລະຍາທູດ, ນັກການທູດຍິງ ແລະ ຄອບຄົວ ທີ່ພວມປະຕິບັດໜ້າທີ່ຢູ່ ສປປ ລາວ ໄດ້ມາພົບປະສັງສັນ ກັບເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ຂະແໜງການອ້ອມຂ້າງ ເພື່ອສ້າງຄວາມລຶ້ງເຄີຍ ແລະ ຮັດແໜ້ນຄວາມສາມັກຄີໃຫ້ຫຼາຍຍິ່ງຂຶ້ນ. ພ້ອມກັນນັ້ນ, ກໍ່ເປັນໂອກາດໃນການແລກປ່ຽນປະສົບການທີ່ດີ, ຮຽນຮູ້ ແລະ ສ້າງ​ຄວາມ​ເຂົ້າ​ໃຈຫຼາຍຂຶ້ນ ກ່ຽວກັບ​ວັດ​ທະ​ນະ​ທໍາ ແລະ ຮີດ​ຄອງ​ປະ​ເພ​ນີ ອັນດີງາມຂອງແຕ່ລະປະເທດ ຜ່ານການວາງສະແດງດ້ານສິນລະປະ, ຫັດຖະກໍາ, ເຄື່ອງນຸ່ງ, ອາຫານ ແລະ ຜະລິດຕະພັນທີ່ຫຼາກຫຼາຍ ໃນງານຄັ້ງນີ້. ພິເສດ, ງານລ້ຽງນຳຊາ ປະຈຳປີ 2025 ນີ້ ແມ່ນຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມກະກຽມສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ. 

ໃນງານລ້ຽງນໍ້າຊາຄັ້ງນີ້, ນອກຈາກໄດ້​ມີ​ການ​ວາງ​ສະ​ແດງ​ສິນ​ຄ້າທີ່ຫຼາກຫຼາຍ ແລະ ອ​າ​ຫານລາວ ​ຂອງບັນດາໜ່ວຍແມ່ຍິງພາຍໃນກະຊວງການຕ່າງປະເທດ, ຍັງມີການວາງສະແດງສິນຄ້າ, ຂອງທີ່ລະນຶກ, ອາຫານເອກະລັກ    ປະຈໍາຊາດ ແລະ ອື່ນໆ ຂອງບັນດາສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີການສະແດງສິນລະປະວັດທະນະທໍາລາວ ຈາກການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ການປະກອບສ່ວນສະແດງສິລະປະອັນເປັນເອກະລັກປະຈໍາຊາດຂອງ ບັນດາສໍານັກງານການທູດຕ່າງປະເທດ ປະຈໍາ ສປປ ລາວ, ເຊິ່ງໄດ້ສ້າງບັນຍາກາດອັນເບີກບານມ່ວນຊື່ນ ແລະ ປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ. ໃນ​ໂອ​ກາດດຽວກັນນີ້, ບັນດາແຂກທີ່​ເຂົ້າ​ຮ່ວມ​ກໍ​ໄດ້​ອວຍ​ພອນ​ສົ່ງ​ທ້າຍ​ປີ​ເກົ່າ 2025 ແລະ ຕ້ອນ​ຮັບ​ປີໃໝ່ 2026 ຊຶ່ງ​ກັນ ແລະ ກັນ.