ການກະກຽມກ້ອນເດີນສວນສະໜາມຂອງຂະແໜງການຕ່າງປະເທດ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

24/11/2025

ການກະກຽມກ້ອນເດີນສວນສະໜາມຂອງຂະແໜງການຕ່າງປະເທດ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ອີງຕາມທິດຊີ້ນຳຂອງຄະນະຮັບຜິດຊອບລະດັບຊາດ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ (ວັນທີ 2 ທັນວາ 1975 - ວັນທີ 2 ທັນວາ 2025) ຄົບຮອບ 50 ປິ ແລະ ວັນຄ້າຍວັນເກີດ ຂອງ ທ່ານ ປະທານໄກສອນ ພົມວິຫານ (ວັນທີ 13 ທັນວາ 1920 - ວັນທີ 13 ທັນວາ 2025) ຄົບຮອບ 105 ປີ. ຄະນະພັກ ແລະ ຄະນະນໍາຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຖືສໍາຄັນໃນການຈັດກ້ອນເດີນສວນສະໜາມຂອງຂະແໜງ ການຕ່າງປະເທດ, ເຊິ່ງປະກອບດ້ວຍພະນັກງານຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ມີຈໍານວນທັງໝົດ 133 ທ່ານ, ມີຄະນະຊີ້ນຳ 4 ທ່ານ, ຄູຝຶກ 4 ທ່ານ, ພະນັກງານຮັບຜິດຊອບຊ່ວຍວຽກຕ່າງໆ 15 ທ່ານ, ກ້ອນເດີນສວນສະໜາມ 100 ທ່ານ, ກໍາລັງສໍາຮອງ 10 ທ່ານ ແລະ ມີຂະບວນລົດແຫ່ນໍາໜ້າກ້ອນ 1 ຄັນ ເພື່ອກະກຽມຄວາມພ້ອມຮອບດ້ານໃນການຝຶກຊ້ອມຍ່າງສວນສະໜາມ ແລະ ໄດ້ສໍາເລັດການຝຶກຊ້ອມພາຍໃນເປັນຄັ້ງທີ 5 ແລ້ວ, ຝຶກຊ້ອມໃຫຍ່ກັບຂະແໜງການຕ່າງໆ 2 ຄັ້ງ  ມີແຜນຝຶກຊ້ອມໃຫຍ່ຄັ້ງທີ 3 ໃນວັນທີ 29 ພະຈິກ 2025 ກ່ອນຈະມີພິທີເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢ່າງເປັນທາງການໃນວັນທີ 2 ທັນວາ 2025, ທີ່ ເດີ່ນທາດຫຼວງ.