17/11/2025
ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເປັນສັກຂີພິຍານ. ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນ ໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ໃນພິທີ, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງ ໄດ້ນໍໍາເອົາຄວາມຢື້ຢາມຖາມຂ່າວຄວາມເປັນຫ່ວງເປັນໄຍຂອງຄະນະນໍາກະຊວງການຕ່າງປະເທດ ຕໍ່ປະຊາຊົນ ທີ່ອາໄສຢູ່ເຂດທີ່ໄດ້ຮັບຜົນກະທົບ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການດຳລົງຊີວິດ, ຊັບສິນ, ເນື້ອທີ່ທຳການຜະລິດ ແລະ ພື້ນຖານໂຄງລ່າງໄດ້ຮັບການເສຍຫາຍເປັນຈຳນວນຫຼວງຫຼາຍ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ນ. ຟອງສະໝຸດ ອັ່ນລາວັນ ພ້ອມດ້ວຍຄະນະທີ່ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມດັ່ງກ່າວ ໄປມອບໃຫ້ປະຊາຊົນແຂວງໄຊສົມບູນ, ເຊິ່ງເປັນການປະກອບສ່ວນທີ່ສຳຄັນເພື່ອນໍາໄປຊ່ວຍເຫຼືອ ແລະ ມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວຢ່າງທົ່ວເຖິງ. ພ້ອມກັນນີ້, ທ່ານ ເຈົ້າແຂວງ ຍັງໄດ້ແຈ້ງໃຫ້ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ຮັບຊາບໂດຍຫຍໍ້ກ່ຽວກັບ ສະພາບໝູ່ບ້ານທັງໝົດທົ່ວແຂວງທີ່ໄດ້ຮັບຜົນກະທົບ, ມີຈໍານວນຜູ້ເສຍຊີວິດ, ເນື້ອທີ່ປູກຝັງ, ສັດລ້ຽງ ແລະ ພື້ນຖານໂຄງລ່າງຈຳນວນຫຼວງຫຼາຍ.
ພ້ອມດຽວກັນນັ້ນ, ໃນວັນທີ 13 ພະຈິກ 2025 ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະແລກປ່ຽນກັບພະແນກການຕ່າງປະເທດ ແລະ ຄະນະສະຫະພັນແມ່ຍິງແຂວງໄຊສົມບູນ ເນື່ອງໃນໂອກາດທີ່ເດີນທາງມາເຄື່ອນໄຫວໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດວຽກງານຂະແໜງການຕ່າງປະເທດ ຕາມພາລະບົດບາດ ເຊິ່ງມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ. ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີຄໍາເຫັນແລກປ່ຽນ ແລະ ໃຫ້ທິດນໍາເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂະແໜງການຕ່າງປະເທດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ມີຄວາມກົມກຽວໄປໃນທິດທາງດຽວກັນໂດຍສະເພາະແມ່ນ ກົນໄກຂອດການປະສານງານຂອງສອງພາກສ່ວນມີຄວາມໂລ່ງລ່ຽນ, ເປັນເອກະພາບ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

