ກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງ ກົມອົງການຈັດຕັ້ງສາກົນ ແລະ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ.

04/09/2025

ກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງ ກົມອົງການຈັດຕັ້ງສາກົນ ແລະ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ.

ກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງ ກົມອົງການຈັດຕັ້ງສາກົນ ແລະ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາ 2025 ທີ່ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ.

ໃນຕອນບ່າຍຂອງວັນທີ 28 ສິງຫາ 2025 ທ່ານ ກັນຍາ ຄຳມຸງຄຸນ, ຫົວຫນ້າຫ້ອງການບໍລິການສະຖານທູດ  ຮ່ວມກັບ ທ່ານ ນ. ສຸກສະນິດ ວົງພານຄໍາ, ຮອງຫົວຫນ້າກົມອົງການຈັດຕັ້ງສາກົນ,  ກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງ ກົມອົງການຈັດຕັ້ງສາກົນ ແລະ ຫ້ອງການບໍລິການສະຖານທູດ ທີ່ຫ້ອງປະຊຸມຂອງຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ໂດຍມີພະນັກງານຈາກກົມອົງການຈັດຕັ້ງສາກົນ, ຫ້ອງການບໍລິການສະຖານທູດ, ສະຖາບັນການຕ່າງປະເທດ, ຫ້ອງການ ຄຊກລ ແລະ ຕາງຫນ້າຈາກ 03 ອົງການຈັດຕັ້ງມະຫາຊົນຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ ລວມທັງຫມົດ 56 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ແກ່ 03 ອົງການຈັດຕັ້ງມະຫາຊົນຂອງ ກົມອົງການຈັດຕັ້ງສາກົນ ແລະ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ໄດ້ມີການພົບປະແລກປ່ຽນບົດຮຽນທາງດ້ານວິຊາການຂອງຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເຫັນໄດ້ເຖິງທີ່ຕັ້ງ, ພາລະບົດບາດ, ສິດ ແລະ ຫນ້າທີ່ຂອງ ຫບສ ແລະ ກົມຈສກ ທັງເປັນການເສີມສ້າງການພົວພັນຮ່ວມມື ແລະ ຮັດແຫນ້ນຄວາມສາມັກຄີລະຫວ່າງ ສອງພາກສ່ວນ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.

ພິເສດ ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເພື່ອເປັນການສ້າງຂະບວນການຂໍ່ານັບຊົມເຊີຍວັນສໍາຄັນຕ່າງໆ ຂອງຊາດ ຂອງພັກ ເປັນຕົ້ນແມ່ນ 03 ວັນ ປະຫວັດສາດຂອງຊາດ, ວັນການທູດ ຄົບຮອບ 80 ປີ, ວັນສ້າງຕັ້ງຊາວຫນຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ. ພ້ອມນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄຫມທີ V, ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມ ທົ່ວປະເທດ ຄັ້ງທີ IX ໃຫ້ເປັນຂະບວນການຟົດຟື້ນ ແລະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ເເທນຊາວຫນຸ່ມກະຊວງການຕ່າງປະເທດ ຄັ້ງທີ XII, ກອງປະຊຸມໃຫຍ່ຂອງແມ່ຍິງ ຄັ້ງທີ XII ແລະ ກອງປະຊຸມໃຫຍ່ຂອງກໍາມະບານ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ.