ຖະແຫລງການ ຂອງ ໂຄສົກກະຊວງການຕ່າງປະເທດ ຂອງ ສປປ ລາວ ຕໍ່ກັບສະພາບການທີ່ເກີດຂື້ນ ຢູ່ບໍລິເວນຊາຍແດນ ກຳປູເຈຍ-ໄທ
25/07/2025
ສປປ ລາວ, ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນຕິດຈອດກັນ ແລະ ມີສາຍພົວພັນທີ່ດີກັບ ກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ. ສະເໜີໃຫ້ທັງສອງຝ່າຍ ໃຊ້ຄວາມພະຍາຍາມ ໃນການອົດກັ້ນ ແລະ ແກ້ໄຂບັນຫາທີ່ເກີດຂື້ນ ດ້ວຍສັນຕິວິທີ.
ນະຄອນຫຼວງວຽງຈັນ, ວັນທີ 24 ກໍລະກົດ 2025

