​ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຜູ້ຕາງໜ້າຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່

09/07/2025

​ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຜູ້ຕາງໜ້າຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່

ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຜູ້ຕາງໜ້າຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້

 

 

ໃນວັນທີ 8 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ​ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້.

ໃນກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງຄະນະກໍາມາທິການດັ່ງກ່າວ ໃນໄລຍະໜຶ່ງປີຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄືຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກໍາມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນທີ່ຖືກມອບໝາຍ ແລະ     ຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນວຽກ 5 ປີ ສະບັບໃໝ່ (2026-2030) ໃຫ້ສໍາເລັດ ແລະ ມີປະສິດທິຜົນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ຊຶ່ງກອງປະຊຸມໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ສໍາລັບສົກປີ 2023-2027 ໂດຍລວມເຫັນວ່າມີຄວາມຄືບໜ້າເປັນຢ່າງດີ. ພ້ອມນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບການລົງນາມອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ແລະ ການກະກຽມເຂົ້າເປັນພາຄີສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້  ຂອງ ຕີມໍເເລັດສະເຕ, ຊຶ່ງຄາດວ່າ ອາຊຽນ ແລະ ຕີມໍແລັດສະເຕ ຈະດໍາເນີນການຕາມຂັ້ນຕອນພາຍໃນຂອງຕົນໃຫ້ສໍາເລັດ ເພື່ອໃຫ້ທັນຮັບເອົາ ຕີມໍແລັດສະເຕ ເປັນພາຄີໃນສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025 ນີ້.