ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຟິລິບປິນ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

09/07/2025

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຟິລິບປິນ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

 

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຟິລິບປິນ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

 

ໃນວັນທີ 8 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ (Ma Theresa P Lazaro), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ, ພ້ອມທັງສະແດງຄວາມຊົມເຊີຍ ໃນໂອກາດໄດ້ຮັບການແຕ່ງຕັ້ງ ໃຫ້ເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ. ຟິລິບປິນ ຄົນໃໝ່. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ຟິລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດມາ, ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຜ່ານທຶນຝຶກອົບຮົມໄລຍະສັ້ນ ແລະ ທຶນສຶກສາໄລຍະຍາວ. ພິເສດ, ແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ, ຊຶ່ງໃນໂອກາດນີ້ ຝ່າຍລາວ ກໍ່ໄດ້ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ຟິລິບປິນ ໃນການເປັນປະທານອາຊຽນ ໃນປີ 2026 ເຊັ່ນກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ກໍ່ຄື ນໍາເອົາຜົນປະໂຫຍດມາສູ່ ຄອບຄົວອາຊຽນ.

ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ຟິລິບປິນ ທີ່ໄດ້ຮັບການພັດທະນາເປັນກ້າວໆ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ກໍ່ຄືໃນຂອບການຮ່ວມມືອາຊຽນ ແລະ ຂອບການຮ່ວມມືອື່ນໆ. ພິເສດໃນປີ 2025 ນີ້, ສອງຝ່າຍ ໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຟິລິບປິນ ດ້ວຍຫລາຍກິດຈະກຳທີ່ມີຄວາມໝາຍສໍາຄັນ ເປັນຕົ້ນແມ່ນການແລກປ່ຽນສານຊົມເຊີຍ, ການສະແດງສິນລະປະດົນຕີ ແລະ ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ລະຫ່ວາງສອງປະເທດ.  ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງສອງປະເທດ ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ນຳກັນໃນຊຸມປີຕໍ່ໜ້າ ແລະ ເຫັນດີສືບຕໍ່ປຶກສາຫາລື ແຜນການຮ່ວມມືລະອຽດ ໃນໂອກາດ ເດີນທາງຢ້ຽມຢາມຟີລິບປິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ຟິລິບປິນ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນສິງຫາ 2025 ນີ້ ທີ່ ນະຄອນຫລວງມະນີລາ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.