09/07/2025
ຄະນະຜູ້ແທນສະຖານທູດລາວປະຈຳ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຫົວ ແລະ ແຂວງ ເຫງະອານ
ໃນວັນທີ 03-5 ກໍລະກົດ 2025, ຄະນະຜູ້ແທນສະຖານທູດລາວ ປະຈຳ ສສ ຫວຽດນາມ ຊຶ່ງນຳໂດຍທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຫົວ ແລະ ແຂວງ ເຫງະອານ. ໃນໂອກາດນີ້, ຄະນະໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ຫງວຽນ ຢວານ ແອັງ, ກຳມະການສູນກາງພັກ, ເລຂາພັກແຂວງ ພ້ອມຄະນະ ທີ່ສຳນັກງານຫ້ອງການຄະນະພັກແຂວງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ. ທ່ານ ຫງວຽນ ຢວານ ແອັງ ໄດ້ເນັ້ນໜັກເຖິງບົດບາດ ແລະ ຄວາມໝາຍສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ ໃນໄລຍະຜ່ານມາ ແລະ ປັດຈຸບັນ. ພິເສດແມ່ນການພົວພັນຮ່ວມມືຮອບດ້ານລະຫວ່າງແຂວງ ແທັງຫົວ ຂອງ ສສ ຫວຽດນາມ ແລະ ແຂວງ ຫົວພັນ ຂອງ ສປປ ລາວ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ເປັນຕົ້ນແມ່ນໃນຂົງເຂດການສຶກສາ. ນັບວ່າເປັນຮາກຖານ, ພື້ນຖານໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ ກໍຄືສອງແຂວງ ແທັງຫົວ - ຫົວພັນ ໃຫ້ສວຍສົດງົດງາມຕະຫຼອດໄປ. ໃນໂອກາດຢູ່ຢ້ຽມຢາມແຂວງ ແທັງຫົວ, ຄະນະຜູ້ແທນສະຖານທູດລາວ ຍັງໄດ້ໄປຢ້ຽມຢາມ ບໍລິສັດອຸດສະຫະກຳ-ກະສິກຳ ຕຽນນົງ ຊຶ່ງເປັນບໍລິສັດໜຶ່ງທີ່ນຳໜ້າທາງດ້ານກະສິກຳອິນຊີ ຂອງ ແຂວງ ແທັງຫົວ ກໍຄືຂອງ ສສ ຫວຽດນາມ.


ພາຍຫຼັງສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຫົວ, ຄະນະຜູ້ແທນສະຖານທູດລາວ ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຫງະອານ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງ ຫາຍ ຫງວຽນ ດຶກ ຈຸງ, ເລຂາພັກແຂວງ ເຫງະອານ ພ້ອມຄະນະ ທີ່ສໍານັກງານປົກຄອງແຂວງດັ່ງກ່າວ. ແຂວງ ເຫງະອານ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ ສປປ ລາວ ຍາວທີ່ສຸດຂອງ ສສ ຫວຽດນາມ ຊຶ່ງມີຄວາມຍາວ 468,2 ກິໂລແມັດ ຕິດຈອດກັບ 3 ແຂວງຄື: ແຂວງ ຊຽງຂວາງ, ຫົວພັນ ແລະ ແຂວງ ບໍລີຄຳໄຊ. ມາຮອດປັດຈຸບັນ, ແຂວງ ເຫງະອານ ໄດ້ມີການພົວພັນຮ່ວມມືກັບ 07 ແຂວງຂອງລາວຄື: ແຂວງ ຊຽງຂວາງ, ຫົວພັນ, ບໍລິຄຳໄຊ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ. ຫຼັງຈາກສຳເລັດການຢ້ຽມຂ່ຳນັບ ແລະ ເຮັດວຽກກັບຄະນະນຳພັກແຂວງ ເຫງະອານ ແລ້ວ, ຄະນະຜູ້ແທນສະຖານທູດລາວ ປະຈຳ ສສ ຫວຽດນາມ ຍັງໄດ້ໄປໄດ້ໄປວາງພວງມາລາ ແລະ ໄຕ້ທູບ ລະນຶກເຖິງ ປະທານ ໂຮ່ຈີມິນ ຢູ່ອະນຸສອນສະຖານພິເສດແຫ່ງຊາດ ກິມລຽນ; ຢ້ຽມຢາມເຂດອຸດສະຫະກຳ ຫວຽດນາມ-ສິງກາໂປ - VSIP ເຫງະອານ ແລະ ໂຮງໝໍການແພດພື້ນເມືອງ ງວຽນຟຸກ ອີກດ້ວຍ.


ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ສອງແຂວງຂອງຫວຽດນາມຄັ້ງນີ້, ທ່ານ ນາງ ຄໍາເພົາ ເອີນທະວັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການປັບປຸງ, ສັບຊ້ອນກົງຈັກການຈັດຕັ້ງທ້ອງຖິ່ນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງສອງແຂວງໄດ້ຕາມລະດັບຄາດໝາຍທີ່ວາງເອົາໄວ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳແຂວງ ແທັງຫົວ ແລະ ແຂວງ ເຫງະອານ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນສອງແຂວງນີ້ ກັບບັນດາແຂວງຕ່າງໆຂອງ ສປປ ລາວໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ຍືນຍົງ, ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.


