04/07/2025
ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ 2025
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປີຕີຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ອີກຄັ້ງ.
ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ເເລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ເເລະ ມົງໂກລີ ພວມໄດ້ຮັບການເສີມຂະຫຍາຍ ເເລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີປາໄສການຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ ຄັ້ງທີ 10 ໃນລະຫວ່າງ ວັນທີ 20-22 ສິງຫາ 2025 ທີ່ ມົງໂກລີ ເພື່ອປຶກສາຫາລືວຽກງານສອງຝ່າຍ ແລະ ຫຼາຍຝ່າຍ ແນ່ໃສ່ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງໂກລີ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາໃຫ້ເເຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມ ລະຫວ່າງ ສອງປະເທດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງ ຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງສະຫວັນ ພົມວິຫານ
ພະນະທ່ານ ນາງ BATTSETSEG BATMUNKH
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ
ທີ່ ນະຄອນຫວງ ອູລານບາຕໍ

