ສານອວຍພອນວັນຊາດ ສະຫະລັດ ອາເມຣິກາ ຄົບຮອບ 249 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ - ສ. ອາເມຣິກາ ຄົບຮອບ 70 ປີ.

04/07/2025

ປະທານປະເທດ

ແຫ່ງ ສາທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ນະຄອນຫຼວງວຽງຈັນ, ວັນທີ 4 ກໍລະກົດ 2025

 

 

ພະນະທ່ານ,

ຕາງ​ໜ້າ​ໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ອາເມຣິກາ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ສະຫະລັດ ອາເມຣິກາ ຄົບຮອບ 249 ປີ.

ຂ້າພະເຈົ້າ ມີຄວາມຍິນດີ ສືບຕໍ່ເຮັດວຽກຮ່ວມກັບພະນະທ່ານ ເພື່ອ​ຮັດແໜ້ນສາຍພົວພັນອັນຍາວນານ ແລະ ການຮ່ວມມືທີ່ມີຢູ່ແລ້ວ ບົນພື້ນຖານຄູ່ຮ່ວມມືແບບກວມລວມ ລາວ-ສະຫະລັດ ອາເມຣິກາ ເພື່ອຜົນປະໂຫຍດ ຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນ​ໂລກ.

ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ​ໃນໜ້າທີ່ອັນມີ​ກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນ ອາເມຣິກາ ເພື່ອນ​ມິດ ຈົງສືບ​ຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ດ້ວຍຄວາມນັບຖືຢ່າງສູງ,

 

 

ທອງລຸນ ສີສຸລິດ

 

ພະນະທ່ານ ໂດນັນ ທຣຳ

ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ

ທີ່ ວໍຊິງຕັນ ດີຊີ