30/06/2025
ໃນວັນທີ 24 ມິຖຸນາ 2025, ທີ່ນະຄອນຫຼວງເນປີດໍ, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ, ປະທານສະມາຄົມມິດຕະພາບ ມຽນມາ-ລາວ (U Win Muang, President of the Lao- Myanmar Friendship Association). ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ ໃນໄລຍະຜ່ານມາ, ຊຶ່ງພາຍຫຼັງສອງຝ່າຍໄດ້ສ້າງຕັ້ງສະມາຄົມນີ້ຂຶ້ນໃນປີ 2002 ແລ້ວ, ເຫັນວ່າ ມີບາດກ້າວຂະຫຍາຍຕົວ ແລະ ໄດ້ຮັບການເສີມສ້າງເປັນກ້າວໆມາຕາມສະພາບເງື່ອນໄຂຂອງສອງຝ່າຍ, ມີການປະສານສົມທົບແລກປ່ຽນຂໍ້ມູນຂ່າວ, ພົວພັນຮ່ວມມືກັນຢ່າງເປັນປົກກະຕິ, ມີການຊຸກຍູ້ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມືຂະແໜງການຕ່າງໆຕາມພາລະບົດບາດ ກໍຄືການເຄື່ອນໄຫວວຽກງານການທູດປະຊາຊົນ, ຊຶ່ງຜົນສໍາເລັດໃນໄລຍະຜ່ານມາກໍແມ່ນການລົງນາມບົດບັນທຶກຮ່ວມກັນ ກ່ຽວກັບ ການສ້າງເມືອງແຮກສ່ຽວ ລະຫວ່າງ ເມືອງຫຼວງພະບາງ (ສປປ ລາວ) ກັບ ເມືອງບາການ (ສສ ມຽນມາ) ເພືອແນໃສ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ, ແລກປ່ຽນວັດທະນາທຳ ແລະ ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດໃຫ້ນັບມື້ຫຼາຍຂຶ້ນ.

ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະນໍາກັນ ກ່ຽວກັບ ທິດທາງການພົວພັນຮ່ວມມືລະຫວ່າງ ສອງສະມາຄົມໃນຕໍ່ໜ້າ ກໍຄືການສ້າງຕັ້ງກົນໄກຈຸດປະສານງານຂອງສະມາຄົມ ເພື່ອອໍານວຍຄວາມສະດວກໃນການປະສານງານກັນໃຫ້ມີຄວາມວ່ອງໄວກວ່າເກົ່າ, ຊຸກຍູ້ການຮ່ວມມືຕາມບໍລິເວນຊາຍແດນ ໂດຍສະເພາະແມ່ນການນໍາໃຊ້ຂົວມິດຕະພາບສອງປະເທດ ໃຫ້ໄດ້ຮັບຜົນປະໂຫຍດຍິ່ງໆຂຶ້ນ, ການຄ້າ-ການລົງທຶນ, ການແລກປ່ຽນວັດທະນາທໍາ-ກິລາ ລະຫວ່າງ ອໍານາດການປົກຄອງທ້ອງຖິ່ນ, ການໄປມາຫາສູ່ຂອງປະຊາຊົນລຽບຕາມຊາຍແດນ, ການແລກປ່ຽນຮຽນພາສາມຽນມາ ແລະ ພາສາລາວ, ພິເສດ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ຊຸກຍູ້ໃຫ້ສອງສະມາຄົມ ມີການແລກປ່ຽນການຢ້ຽມຢາມກັນຢ່າງປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມມິດຕະພາບ ລາວ-ມຽນມາ ມີຫຼາຍສີສັນ, ຫຼາຍຮູບແບບ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ເວົ້າສະເພາະ, ເວົ້າລວມ ກໍຄືການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ສູງເດັ່ນຍິ່ງໆຂຶ້ນ.

