25/06/2025
ໃນວັນທີ 20 ມິຖຸນາ 2025, ທ່ານ ບໍວອນທັດ ດວງຈັກ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍບັນດາກະຊວງຂະແໜງການທີ່ໄດ້ຮັບໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້ພົບປະເຮັດວຽກກັບ ທ່ານ Zhang Biao, ຮອງຫົວໜ້າກົມການເງິນ, ພ້ອມດ້ວຍຄະນະຈາກ ກະຊວງການຕ່າງປະເທດ ສປ ຈີນ. ຈຸດປະສົງການພົບປະເຮັດວຽກຄັ້ງນີ້ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການຕ່າງໆ ທີ່ ສປປ ລາວ ໄດ້ຮັບພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.ໃນກອງປະຊຸມ ບັນດາກະຊວງຂະແໜງການຕ່າງໆ ກໍ່ໄດ້ລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະບັນດາເຈົ້າຂອງໂຄງການ ໄດ້ຍົກໃຫ້ເຫັນຂໍ້ສະດວກ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ລວມທັງຂໍ້ສະເໜີ ຕໍ່ກັບຂັ້ນຕອນການຈັດຕັ້ງປະຕິບັດໂຄງການຢ່າງຈະແຈ້ງຫຼາຍກວ່າເກົ່າ. ພາຍຫຼັງສຳເລັດການລາຍງານ ທາງຝ່າຍຈີນກໍ່ໄດ້ສະເໜີໃຫ້ຝ່າຍລາວເພີ່ມທະວີການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຮັບປະສິດທິຜົນສູງສຸດ, ຈັດຕັ້ງໃຫ້ສຳເລັດຕາມແຜນ. ພ້ອມທັງ, ໃຫ້ບັນດາເຈົ້າຂອງໂຄງການນຳສົ່ງບົດສະຫຼຸບທຸກໆເດືອນ 6 ໃຫ້ກະຊວງການຕ່າງປະເທດ ເພື່ອນຳສົ່ງໃຫ້ ສປ ຈີນ ຢ່າງເປັນປົກກະຕິ.
ໃນໂອກາດ ເດີນທາງມາເຄື່ອນໄຫວຢູ່ ສປປ ລາວ ໃນໄລຍະວັນທີ 19-21 ມິຖຸນາ 2025, ທາງກະຊວງການຕ່າງປະເທດ ສປ ຈີນ ຍັງໄດ້ໄປກວດໂຄງການຄຸ້ມຄອງຄຸນນະພາບນ້ຳ, ຂອງກົມຊັບພະຍາກອນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ແລະ ໂຄງການສ້າງສູນຄົ້ນຄວ້າ ແລະ ປັບປຸງແນວພັນໝູພື້ນເມືອງລາວ ຂອງວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ, ກະຊວງສຶກສາທິການ ແລະ ກິລາ.
ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນໂອກາດກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງປະຖົມມະເລິກ ໃນວັນທີ 23 ມີນາ 2016 ທີ່ ເມືອງ ຊານຢາ, ສປ ຈີນ. ໃນນີ້, ປະກອບມີປະເທດສະມາຊິກທັງໝົດ 6 ປະເທດ: ກໍາປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ. ຈຸດປະສົງຂອງການສ້າງຕັ້ງຂອບການຮ່ວມມືດັ່ງກ່າວແມ່ນເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ້ງຫວັງຂອງບັນດາປະເທດໃນອະນຸພາກພື້ນ ບົນພື້ນຖານ 3 ເສົາຄໍ້າຄື: ການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ແລະ ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແລະ ລົງເລິກ 5 ຂົງເຂດ ຄື: ການເຊື່ອມຈອດ, ຄວາມອາດສາມາດດ້ານການຜະລິດອຸດສາຫະກໍາ, ເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫລ່ງຊັບພະຍາກອນນໍ້າ ແລະ ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ.

