ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ.

23/06/2025

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ  ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ.

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ  ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ    ແໜ້ນ ປະຈຳປີ 2024  ຂຶ້ນ ໃນວັນທີ 22 ມິຖຸນາ  2025 ຜ່ານມາ.  ພາຍໃຕ້ການເປັນປະທານ  ແລະ ມອບໃບຢັ້ງຢືນນຳໂດຍສະຫາຍ ນາງ ຄຳເພົາ ເອິນທະວັນ, ເລຂາຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ, ເອກອັກຄະລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ, ມີສະຫາຍ ສຸພັນ ຫາດາວເຮືອງ,  ກໍາມະການຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ;  ເລຂາໜ່ວຍພັກ, ກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ,ມີຄະນະໜ່ວຍພັກ, ຄະນະຈຸພັກນັກສຶກສາລາວ, ບັນດາສະມາຊິກພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ,ແມ່ຍິງ,ຊາວໜຸ່ມ,ກຳມະບານເຂົ້າຮ່ວມ.

ໃນພິທີ, ສະຫາຍ ສຸພັນ ຫາດາວເຮືອງ, ເລຂາໜ່ວຍພັກໄດ້ກ່າວວ່າ ຄະນະໜ່ວຍພັກສະຖານກົງສຸນໃຫຍ່ ໄດ້ຖືສຳຄັນ ແລະ ເປັນຄວາມຮັບຜິດຊອບໂດຍກົງຕໍ່ການດຳເນີນການຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ໄດ້ນໍາພາສ້າງແຜນ ການຄາດໝາຍສູ້ຊົນ ແລະ ກຳນົດຂໍ້ແຂ່ງຂັນກັນໃນແຕ່ລະປີ, ໄດ້ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກພາຍໃນໜ່ວຍຢ່າງເປັນປົກະຕິຕໍ່ເນື່ອງ. ການດຳເນີນຊີວິດການເມືອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແມ່ນໄດ້ດຳເນີນຕາມບາດກ້າວຂັ້ນຕອນ ກໍ່ຄືນິຕິກຳທີ່ຂັ້ນເທິງວາງອອກ, ໂດຍມີການຕິດຕາມຊຸກຍູ້ກວດກາປະເມີນຜົນ. ສະເພາະໃນປີ2024ນີ້ ແມ່ນໄດ້ດຳເນີນໄປຄຽງຄູ່ກັບການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານຂອງພັກ. ຄະນະໜ່ວຍພັກ; ຈຸພັກແຕ່ລະຂັ້ນ ໄດ້ສະຫຼຸບຕີລາຄາການນຳພາລວມມີດ້ານດີ; ດ້ານອ່ອນ; ຂໍ້ຂົງຄ້າງ ແລະ ສໍາຫລວດກວກາບຸກຄົນໃນຄະນະໜ່ວຍພັກ;ຈຸພັກ; ສະມາຊິກພັກ ຕະຫລອດໄລຍະ 1 ສະໄຫມຜ່ານມາ. ຜ່ານການຈັດຕັ້ງດຳເນີນຕົວຈິງເຫັນວ່າມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ແຂງແຮງ, ຜ່ານການປະເມີນ ແລະ ຕີລາຄາແບ່ງປະເພດສະມາຊິກພັກ ແລະ ຕີລາຄາການຄັດເລືອກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ສາມາດຕີລາຄາປະເພດຂອງສະມາຊິກພັກ ແລະ ຮາກຖານພັກຈຳນວນສະມາຊິກພັກທັງໝົດ 68 ສະຫາຍ ຍິງ 15 ສະຫາຍ; ສະມາຊິກສຳຮອງ 03 ສະຫາຍ;  ໄດ້ແບ່ງປະເພດສະມາຊິກພັກແຂງຈຳນວນ 65 ສະຫາຍ; ມີຈຸພັກຂຶ້ນກັບໜ່ວຍ 03 ຈຸ.

ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກ ໃນຄັ້ງນີ້ ນໍາໂດຍສະຫາຍ ນາງ ຄຳເພົາ ເອິນທະວັນ; ເລຂາຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ . ໃນໂອກາດດຽວກັນນັ້ນຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງສະຫາຍ ນາງ ຄຳເພົາ ເອິນທະວັນ,ເລຂາຄະນະພັກຮາກຖານສະຖານທູດ ສປປລາວ ປະຈໍາ ສສ ຫວຽດ ນາມ; ກ່ອນອື່ນໝົດ,ສະຫາຍ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະໜ່ວຍພັກ;ຈຸພັກ ແລະ ບັນດາສະມາຊິກພັກ ຍາມໃດກໍ່ສຸ່ມໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍຂອງພັກ-ລັດເວົ້າລວມ;ເວົ້າສະເພາະແມ່ນໜ້າທີ່ຕົ້ນຕໍຂອງກະຊວງການຕ່າງປະເທດ ມອບໝາຍໃຫ້ຢ່າງມີຜົນສຳເລັດຫຼາຍດ້ານ. ພ້ອມທັງໄດ້ເນັ້ນໜັກບາງບັນຫາ ໃຫ້ໜ່ວຍພັກສຶບຕໍ່ເອົາໃຈໃສ່ບັນຫາວຽກງານແນວຄິດການເມືອງເປັນກົກ ຮູ້ໜູນໃຊ້ຫຼາຍຮູບຫຼາຍວິທີການເພື່ອສຶກສາອົບຮົມວຽກງານແນວຄິດໃຫ້ສະມາຊິກພັກເປັນປົກະຕິ ເພີ່ມທະວີການນຳພາຂອງພັກໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ໂດຍຄະນະພັກ ຕ້ອງເປັນຫລັກແຫລ່ງນຳພາ.  ຢາກເຮັດໄດ້ຄືືແນວນັ້ນ; ຄະນະພັກ ແຕ່ລະຂັ້ນຕ້ອງມີຄວາມສາມັກຄີ ເປັນເອກະພາບຢ່າງໜັກແໜ້ນໃນການເຄື່ອນໄຫວນຳພາຊີ້ນຳ;ປະຕິບັດຫລັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ; ອັນສຳຄັນ ຄະນະພັກຕ້ອງເປັນແບບຢ່າງນຳໜ້າພາທາງໃຫ້ແກ່ສະມາຊິກພັກ ແລະ ມະຫາຊົນຢ່າງແທ້ຈິງ.